ຮືຮາ! ພົບປາບູ່ທອງ ນັກສະສົມຂໍຊື້ 1ລ້ານບາດ ຍັງບໍ່ຂາຍ

ຮືຮາ! ພົບປາບູ່ທອງ ນັກສະສົມຂໍຊື້ 1ລ້ານບາດ ຍັງບໍ່ຂາຍ.

ນັກຂ່າວລາຍງານວ່າ ( ຂ່າວປະເທດໄທ ) ທາງອາດີດນາຍບ້ານກ່າວວ່າທາງຍາດພີ່ນ້ອງໄດ້ນຳລອບໄປດັກປາຕາມຮ່ອງນ້ຳໄຫຼຈຸດຕ່າງໆ ປາກົດວ່າຕິດປາບູ່ທອງ ເຊິ່ງມີຂະໜາດນ້ຳໜັກ 4.5ຂີດ ຄວາມຍາວປະມານ 28ຊມ. ຈຶ່ງໄດ້ນຳກັບມາໃຫ້ເພືອ່ບ້ານເບິ່ງສ້າງຄວາມແຕກຕື່ນກັນໝົດໝູ່ບ້ານ.

ນາງ ອຸບົນ ບຸນທົດ ອາຍຸ 49ປີ ( ຢູ່ປະເທດໄທ ) ເຊິ່ງເປັນບ້ານຫຼັງທຳອິດທີ່ພົບປາ ແລະເປັນຜູ້ພົບເຫັນປາບູ່ທອງຄົນທຳອິດບອກວ່າ ໄປໃສ່ລອບດັກປາຊ່ວງຫຼັງຝົນຕົກຊ່ວງແລງ ແລະຕື່ນເຊົ້າມາກໍໄປເບິ່ງ ພົບວ່າ ມີປາສີທອງເຫຼືອງຕິດມາ ກໍດີໃຈຫຼາຍ ເພາະບໍ່ເຄີຍເຫັນ ເຄີຍເຫັນແຕ່ໃນລະຄອນ.

ບໍ່ຮູ້ວ່າຕຈະເຮັດແນວໃດດີ ຈຶ່ງເອົາມາໃສ່ຖັງໄວ້ໃຫ່ພີ່ນ້ອງມາຊ່ວຍເບິ່ງ ກ່ອນໜ້ານີກໍຄິດໃນໃຈວ່າຈະມີໂຊກຫຍັງບໍ່ ແລະໜອງແຫ່ງນີ້ພໍ່ຕູ້ຂຸດມາດົນແລ້ວ ເຄີຍມີນ້ຳແຫ້ງມາແລ້ວ ພໍມີນ້ຳເຂົ້າມານ້ຳກໍເຕັມໜອງກໍມີປາຄືເກົ່າ ຈຶ່ງໄປໃສ່ລອບດັກປາໄວ້ຊ່ວງຝົນ ເຊິ່ງຕອນທີ່ໄດ້ປາຄັ້ງທຳອິີດ ປາກໍ່ບໍ່ໄດ້ເໜັງຫຍັງ ຄືແສນຮູ້ຈຶ່ງເອົາໃສ່ຄຸໃຫ້ລອຍຫຼິ້ນໄວ້ ເຊື່ອວ່າປາໂຕນີ້ມາເພື່ອເປັນສິ່ງມຸງຄຸນ ໂຊກລາບໃຫ້ກັບຕົນເອງແລະຄອບຄົວ ມີຄວາມດີໃຈ.

ເພາະບໍ່ເຄີຍເຫັນມາກ່ອນ ແລະໄດ້ເຫັນໂຕເປັນໆສີທອງທີ່ສວຍງາມ ຫຼັງຈາກນີ້ເບິ່ງຄວາມຄິດເຫັນພໍ່ຕູ້ແມ່ຕູ້ແລະຍາດພີ່ນ້ອງວ່າຈະດຳເນີນການແນວໃດຕໍ່ ຖ້າມີຄົນມາຂໍຊື້ຕໍ່ກໍຕ້ອງເບິ່ງອີກເທື່ອ ກໍລະນີນັກສະສົມປາຕິດຕໍ່ຂໍຊື້ໃນລາຄາຫຼັກ 1ລ້ານບາດນັ້ນມີການຕິດຕໍ່ມາແລ້ວຕອນນີ້ຍັງບໍ່ໄດ້ຕັດສິນໃຈ.

Related Posts

Leave a Reply

Your email address will not be published. Required fields are marked *