ຈາກກໍລະນີຕຳຫລວດພູທອນເມືອງເລີຍ ຮັບແຈ້ງເຫດຄົນຮ້າຍປຸ້ນຊັບຄຳຮູບປະພັນ ໃນຮ້ານຂາຍຄຳແຫ່ງຫນຶ່ງ ພາຍໃນຫ້າງໂລຕັສ ສາຂາພູກຣະແຕ ຈັງຫວັດເລີຍ.

ໂດຍຄົນຮ້າຍໃຊ້ອາວຸດປືນຂົ່ມຂູ່ ແລະ ກໍ່ເຫດຫຍິບຄຳຮູບປະພັນນ້ຳຫນັກລວມກວ່າ 50 ບາດ ເປັນມູນຄ່າກວ່າ 1 ລ້ານບາດ.
ກ່ອນຂື້ນລົດຍົນMG ສີດຳ ຂະນາດ 7 ທີ່ນັ່ງບໍ່ຕິດແຜ່ນປ້າຍທະບຽນຫລົບຫນີ ເຫດເກີດຂື້ນເມື່ອວັນທີ່ 30 ກັນຍາ 2022 ເວລາ 13:30ໂມງ.

ຄວາມຄືບຫນ້າຄະດີວັນນີ້(01 ຕຸລາ 2022) ລາຍງານວ່າ ຊຸດສືບສວນຂອງ ກອງບັງຄັບການສືບສວນຕຳຫລວດພູທອນ4(บก.สส.ภ.4),
ກອງກຳກັບການສືບສວນຕຳຫລວດພູທອນຈັງຫວັດເລີຍ(กก.สส.ภ.จว.เลย) ແລະ ສະຖານີຕຳຫລວດພູທອນເມືອງເລີຍ(สภ.เลย) ໄດ້ແກະຮອຍຈາກກ້ອງວົງຈອນປິດເສັ້ນທາງຫລົບຫນີຂອງຄົນຮ້າຍ ລວມເຖີງຕຳຫນິຮູບປະພັນຂອງຄົນຮ້າຍ
ລາຍງານຂ່າວແຈ້ງອີກວ່າ ຫລັງຈາກສານຈັງຫວັດເລີຍ ອອກຫມາຍຈັບຜູ້ກໍ່ເຫດ ໂດຍຊຸດສືບສວນຈັບ “ດາບຕຳຫລວດ” ນາຍຫນຶ່ງ ສັງກັດ ສະຖານີຕຳຫລວແຫ່ງຫນຶ່ງໃນຕຳຫລວພູທອນຈັງຫວັດເລີຍ
ແລະ ແຜນປະທຸດສະກຳ ນຳໄປສູ່ການລວບລວມພະຍານຫລັກຖານໃຫ້ພະນັກງານສອບສວນ ສະຖານີຕຳຫລວດພູທອນເມືອງເລີຍ ຍື່ນຄຳຮ້ອງຕໍ່ສານຈັງຫວັດເລີຍ ພິຈາລະນາອອກຫມາຍຈັບຄົນຮ້າຍທີ່ກໍ່ເຫດ.
(ภ.จว.เลย) ພ້ອມຍຶດຂອງກາງຄຳຮູບປະພັນທີ່ໄດ້ຈາກການປຸ້ນຊັບ ຂະນະນີ້ຢູ່ລະຫວ່າງການຂະຫຍາຍຜົນ.
ໂດຍໃນມື້ອື່ນ (2 ຕຸລາ 2022) ພົນຕຳຫລວດເອກ ສຸຣະເຊດ ຫັກພານ ຮອງ ຜູ້ບັນຊາການຕຳຫລວດແຫ່ງຊາດ(รอง ผบ.ตร.) ຈະເດີນທາງມາຊັກຖາມຜູ້ກໍ່ເຫດຊຶ່ງເປັນຕຳຫລວດ ອີກທັງຈະພິຈາລະນາໃຫ້ອອກຈາກຣາຊະການ.
ຊົມຄຣິບ.
Cr: ดาวแปดแฉก
ຈັງຫວັດເລີຍ ไล่ตามกระแสข่าว