ພະນັກງານ ການບິນລາວ ທີ່ອຸດົມໄຊ ໂພດຂໍ້ຄວາມອໍາລາ ໜ້າທີ່… ຂໍໃຫ້ທຸກຄົນໂຊກດີໃນໜ້າທີ່ວຽກງານໃໝ່

ຕະຫລອດ10 ປີທີ່ຜ່ານມາ ມີທັງຮອຍຍິ້ມ ນ້ຳຕາ ຄວາມສຸກ ຄວາມທຸກ ຄວາມທໍ້ແທ້ ຄວາມເມືີ່ອຍລ້າຕ່າງໆນາໆ ທີ່ຜ່ານເຂົ້າມາໃນຊີວິດ ແຕ່ເຮົາກໍ່ຜ່ານມັນມາໄດ້ເພາະມີເພື່ອນຮ່ວມງານທີ່ເປັນດັ່ງຄອບຄົວທີ່ຮ່ວມທຸກສຸກນຳກັນມາ
ຈາກຫົວຫນ້າກໍ່ກາຍເປັນອ້າຍເອື້ອຍ ຈາກເພື່ອນຮ່ວມງານກໍ່ກາຍເປັນເພື່ອນ,ເປັນນ້ອງ.
ຈົນມາເຖິງມື້ນີ້ເປັນການຮັບໃຊ້ຖ້ຽວບິນປົກກະຕິແຕ່ຄວາມຮູ້ສຶກມັນຕ່າງຈາກມື້ທີ່ເຄີຍເຮັດຜ່ານມາ, ບາງຄົນມີຮອຍຍິ້ມແຕ່ແຝງໄປດ້ວຍຄວາມໂສກເສົ້າ, ບາງຄົນມີນ້ຳຕາທີ່ອອກມາຈາກສ່ວນລຶກໃນຫົວໃຈທີ່ບໍ່ອາດຈະອະທິບາຍເປັນຄຳເວົ້າໄດ້🥹
ແຕ່ເຮົາທຸກຄົນຕ້ອງຜ່ານຈຸດນີ້ໄປໃຫ້ໄດ້ ແລະ ຕໍ່ໄປເຮົາຈະເຂັ້ມແຂງຂຶ້ນກວ່າເກົ່າ.😭😭😭

23 ປີ ທີ່ຄຽງຄູ່ຢູ່ກັບການບິນລາວແລະກໍ່ເປັນມື້ສຸດທ້າຍທີ່ໃຫ້ບໍລິການກັບລູກຄ້າພ້ອມກັບສາຍຝົນທີ່ຊຸ່ມເຢັນຂອງນ້ອງພະນັກງານທຸກຄົນທີ່ເຮັດໜ້າທີ່,ຄວາມຮັບຜິດຊອບໃນມື້ນີ້ໃຫ້ດີທີ່ສຸດ.

…

…

…
