ເຫດການສະເທືອນຂວັນ ສາວລາວ ຖືກຄາດຕະກໍາ ພັບຍັດສົບໃສ່ຫີບໄຫຼນໍ້າຂອງຕິດຝັ່ງໄທ ພ້ອມຊອກລູກນ້ອຍບໍ່ທັນເຫັນ🥲
ຈາກຄະດີປິດສະໜາ ວັນທີ 29 ກັນຍາ 2022 ເວລາ 11:00 ໂມງ ມີຄົນພົບສົບ ຍິງສາວ ຊາວລາວ ຖືກຄາດຕະກໍາຍັດໃສ່ກະເປົາຫີບ ຢູ່ແຄມນໍ້າຂອງ ຈັງຫວັດນະຄອນພະນົມ ປະເທດໄທ.
ທາງການໄທ ສັນນະສູດແລ້ວວ່າ: ເປັນສົບຍິງສາວຄົນລາວ ຄາດວ່າ ເສຍຊີວິດມາແລ້ວ ຢ່າງນ້ອຍ 5-10 ວັນ ຖືກຄາດຕະກໍາຢູ່ຝັ່ງລາວ ແຕ່ກະແສນໍ້າພັດໄປຝັ່ງໄທ.ຜູ້ຖືກຍັດສົບ ແມ່ນ ຊື່ ນາງ ວິພາພອນ ປະທານບໍລິສັດ ແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ
ຫຼ້າສຸດ ຕາມກະແສຂ່າວໄດ້ອອກມາເປີດເຜີຍ ຜູ້ເສຍຊີວິດໄດ້ມີລູກນ້ອຍເພດຍິງໄວອາຍຸ 5 ປີຫຼັງຈາກ ແມ່ຂອງນ້ອງຖືກຄາດຕະກຳຢ່າງໂຫດຮ້າຍ ນ້ອງເອງກໍ່ຫາຍສາບສູນຍັງບໍ່ມີເບາະແສພົບເທື່ອ ຈົນປານນີ້ຍັງບໍ່ຮູ້ວ່າຊະຕາກຳເປັນແນວໃດ ຂໍປະຕິຫານພົບນ້ອງໄວໄວ ແລະ ເສຍໃຈກັບຄອບຄົວຜູ້ເຄາະຮ້າຍດ້ວຍ.
ຂໍເປັນກຳລັງໃຈໃຫ້ເຈົ້າໜ້າທີ່ ທີ່ກຳລັງປະຕິບັດໜ້າທີ່ກັບຄະດີນີ້
(ຍັງບໍ່ເປັນທາງການ)
ພາບຂ່າວ: ສະເກັດຂ່າວ Hot News