ເຕືອນໄພສັງຄົມ ນັບມື້ນັບປ່າເຖື່ອນ ຢູ່ຍາກອີ່ຫລີ

ວັນທີ​ 3 ຕຸລາ​ 2022 ນີ້​ເກີດເຫດ​ສະເທືອນຂຶ້ນຢູ່ຮ້ານຄ້າແຫ່ງໜຶ່ງໃກ້ຄິວລົດສາຍໃຕ້ເກົ່າ​ ມີຜູ້ຊາຍຄົນໜຶ່ງລວນລາມຜູ້ຍິງທີ່ພວມຈະເຂົ້າໄປຊື້ເຄື່ອງ ແຕ່ຖືກລຸມຈັບຕົວໄດ້ກ່ອນ.

ປະຊາຊົນຝາກຄວາມຫວັງໄວ້ກັບເຈົ້າໜ້າທີ່ຊ່ວຍກຳຈັດປັດເປົ່າບຸກຄົນອັນຕະລາຍ,​ ອັນເປັນໄພສັງຄົມ ແລະ​ ມາດຕະການລົງໂທດຕໍ່ບຸກຄົນເຫລົ່ານັ້ນ.

ຄລີບ1

ພ້ອມນີ້ກໍຝາກເຕືອນເຖິງທຸກທ່ານໃຫ້ມີສະຕິລະມັດລະວັງ​ຕົວ​ ໂຈນນັບມື້ຫລາຍ ສັງຄົມນັກມື້ເຖື່ອນຢູ່ຍາກຂຶ້ນ.

📣 ເຕືອນໄພສັງຄົມ ນັບມື້ນັບປ່າເຖື່ອນ ຢູ່ຍາກອີ່ຫລີ.

ຢາກໃຫ້ທຸກຄົນມີສະຕິລະວັງຕົວກັນໃຫ້ຫຼາຍກວ່ານີ້ ຂ້ອຍກະສຸດທີ່ແຕ່ຈະລະວັງແລ້ວ ເພາະເປັນຊ່ວງທີ່ຈະຮັບໃບປະກາດຄິດຢ້ານກັບເຫດການຫຼາຍໆຢ່າງ ຍັງມີເລື່ອງແບບນີ້ເກີດຂື້ນກັບໂຕເອງ .

ຈັ່ງແມ່ນມຶງກ້າຄົນຫຼວງຄົນຫຼາຍຍັງບໍ່ຄິດຢ້ານ ສະຖານທີ່ແບບນີ້ຍັງບໍ່ເວັ້ນ ທີ່ເຫັນໃນວີດີໂອແມ່ນຂ້ອຍໄດ້ໄປຊື້ເຄື່ອງໃນຮ້ານມາແລ້ວກຳລັງຊິບໍລິຈາກຊ່ວຍເຫຼືອໄພນ້ຳຖ້ວມ ແຕ່ບຸກຄົນນີ້ໄດ້ພະຍາຍາມເຂົ້າມາລວນລາມຂ້ອຍຈາກທາງຫລັງໂດຍທີ່ບໍ່ທັນຕັ້ງໂຕ 😤.

ດີແຕ່ມັນບໍ່ໄດ້ຖືຂອງມີຄົມມາ ຖ້າມີບໍ່ຢາກຄິດສະພາບໂຕເອງເລີ

ວີດີໂອ: Aliya​ Sesouphan.

ຄລີບ2.

Related Posts

Leave a Reply

Your email address will not be published. Required fields are marked *