ອີງຕາມການລາຍງານສຳນັກຂ່າວໄທ ລາຍງານວ່າ: ເມື່ອເວລາປະມານ 14:00, ເກີດເຫດກາດຍິງຢູ່ໃນສູນເດັກນ້ອຍ ຂອງອົງການປົກຄອງເມືອງນາກາງ ເຮັດໃຫ້ມີຜູ້ບາດເຈັບ ແລະ ມີຫຼາຍຄົນເສຍຊີວິດ, ປະຈຸບັນຄົນຮ້າຍ,
ເຊິ່ງຄາດວ່າຈະເປັນອະດີດຕຳຫຼວດ ຢູ່ລະຫວ່າງການຫຼົບໜີການໄລ່ຈັບຂອງເຈົ້າໜ້າທີ່.
ເບື້ອງຕົ້ນມີລາຍງານວ່າ: ຄົນຮ້າຍໃຊ້ລົດໃຫຍ່ວີໂກ້ ມີຮ່ອງຮອຍການຕຳດ້ານໜ້າ ໄດ້ທຳການຫຼົບໜີ ຕຳຫຼວດ, ແຕ່ສຸດທ້າຍກໍໄດ້ທຳການຍິງຕົວເອງ ແລະ ລູກເມຍເສຍຊີວິດແລ້ວ.
ລາຍງານຫລ້າສຸດ!! ພົບຄົນຮ້າຍປິດຊີບຕົນເອງເສຍຊີວິດແລ້ວ ພ້ອມກັບລູກ ແລະ ເມຍ.
ຈາກກໍລະນີທີ່ມີຄົນຮ້າຍເຂົ້າໄປກໍ່ເຫດກວາດຍິງຄົນຢູ່ສູນພັດທະນາເດັກນ້ອຍ ເຂດອຳເພີນາກາງ ຈັງຫວັດໜອງບົວລຳພູ ປະເທດໄທ ໃນເວລາ 14:00 ໂມງ ຂອງວັນທີ 6 ຕຸລາ 2022 ນີ້, ມີຄົນໄດ້ຮັບບາດເຈັບຫລາຍຄົນ ທັງເດັກນ້ອຍ ແລະ ຜູ້ໃຫຍ່ ເບື້ອງຕົ້ນມີຄົນເສຍຊີວິດ 34 ຄົນ.
ຫລັງຈາກກໍ່ເຫດແລ້ວຄົນຮ້າຍໄດ້ເອົາຕົວຫລົບໜີໄປ ເຊິ່ງເຈົ້າໜ້າທີ່ຕຳຫລວດກຳລັງໄລ່ລ່າ ຄົນຮ້າຍໃຊ້ລົດກະບະ ຍີ່ຫໍ້ໂຕໂຍຕາ ວີໂກ້ ສີຂາວ ໝາຍເລກທະບຽນ 6 ກທ 6499 ກທມ.
ໂດຍຫລ້າສຸດ ເຈົ້າໜ້າທີ່ໄດ້ພົບຄົນຮ້າຍປິດຊີບຕົນເອງເສຍຊີວິດແລ້ວ ພ້ອມກັບລູກ ແລະ ເມຍ.
ຊົມຄລີບ.