ເຖື່ອນ! 🥺 ລຸງຖືກໂຈນຕີ ແລະ ຈີ້ເອົາລົດຈັກແລ້ວຖືກຖິ້ມໄວ້ປ່າ.

ເຫດເກີດເວລາປະມານ 18:00 ໂມງ ຂອງວັນທີ 6 ຕຸລາ 2022 ຢູ່ເສັ້ນທາງຈຳປາ-ວຽງຄຳ-ຫນອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂຈນສາມາດຊີງເອົາລົດຈັກຮອນດາເວບ 100 ໄປໄດ້ ແລະ ເຈົ້າຂອງລົດໄດ້ຮັບບາດເຈັບສົມຄວນ.

ພີ້ນ້ອງຜູ້ເສຍຫາຍເລົ່າວ່າ: ລຸງຂອງຕົນຖືກໂຈນຈີ້ເອົາລົດແລ້ວ ຖືກຕີ ແລະ ຖິ້ມໄວ້ໃນປ່າແຖວສວນຈຳປາ-ວຽງຄຳ ພົນລະເມືອງດີໄດ້ພົບເຫັນຈິ່ງຊ່ວຍເຫລືອ ໂທຫາພີ້ນ້ອງ ແລະ ນຳສົ່ງໂຮງໝໍ.

ເຕືອນຜູ້ທີ່ທຽວທາງດັ່ງກ່າວ ໃຫ້ລະວັງ ເພາະມັນເປັນທາງປ່ຽວມືດ ແລະ ຫວັງວ່າເຫດການນີ້ເຈົ້າໜ້າທີ່ຈະສາມາດຈັບໂຈນມາລົງໂທດໃຫ້ໄດ້ໂດຍໄວ.

Cr ພາບຈາກ: Mvk Yuii Inlavongsa Cr ຂ່າວຮູບພາບລາວພັດທະນາ
ສະເກັດຂ່າວ Hot News