ປຸ້ນຮອດລົດໃຫຍ່.

ໃນເວລາປະມານ 23:30 ໂມງ ຂອງວັນທີ 6/10/2022 ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ນວຈ ຄົນຮ້າຍຄ້ອນໄມ້ ຝາດໃສ່ຫນ້າລົດໃຫຍ່.
ຈາກນັ້ນ ເຮັດໃຫ້ຜູ້ຂັບກະຕົກໃຈເເລ້ວເສຍລັກລົງຄອງນ້ຳ ແລະ ໄດ້ເອົາໄຟຟ້າຊ໊ອດ ເພື່ອຈະເອົາຊັບສິນ ພ້ອມທັງໃຊ້ມີດປາດຖົງໂສ້ງຜູ້ເສຍຫາຍເພື່ອເອົາຊັບສິນ.

ຜູ້ເຄາະຮ້າຍເລົ່າວ່າ: ຄົນຮ້າຍມີເປົ້າ ຫມາຍຈະປຸ້ນເອົາລົດໃຫຍ່ ແຕ່ລົດເສຍລັກລົງຄອງນ້ຳ ເອົາຂຶ້ນບໍ່ໄດ້ເລີຍໄດ້ຫນີໄປ.
ນີ້ເປັນການບອກເລົ່າຂອງຜູ້ເສຍຫາຍ ແຕ່ລາຍລະອຽດ ແມ່ນລໍໃຫ້ເຈົ້າຫນ້າທີ່ໃຫ້ຂໍ້ມູນ.