ເມົາແລ້ວຂັບເກີດອຸບັດຕິເຫດຢ້ານເມຍຮ້າຍເລີຍຕົວະວ່າປົ້ນ

ອ້າງວ່າໂຈ້ນປຸ້ນເອົາເງິນ ແທ້ຈິງແມ່ນເລື່ອງປອມເພາະຢ້ານຄອບຄົວຮ້າຍ.

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ສົດໆຮ້ອນໆ ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ຜູ້ກ່ຽວແລ້ວເອົາຊັບສິນໄປຈົນໝົດ. ຈາກນັ້ນ ກໍມີສື່ອອນລາຍຫຼາຍສື່ ນຳສະເໜີຂ່າວດັ່ງກ່າວຢ່າງແຜ່ຫຼາຍ ຈົນກາຍເປັນກະແສວິພາກວິຈານຂອງສັງຄົມ.

ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ລົງເກັບກຳຂໍ້ມູນຫຼັກຖານລະອຽດ ໂດຍເຫດການດັ່ງກ່າວ ແມ່ນລົດເກີດອຸບັດຕິເຫດ ບໍ່ແມ່ນຖືກໂຈນປຸ້ນເອົາຊັບສິນແຕ່ຢ່າງໃດ, ຜູ້ກ່ຽວໄປສັງສັນກັບຫມູ່ຈົນເມົາແລ້ວຊັບສິນເສຍຫາຍເວລາໃດກໍບໍ່ຮູ້ ແລະ ບໍ່ຮູ້ຈະເຮັດແນວໃດກໍເລີຍຕົວະຄອບຄົວ ວ່າຖືກໂຈນປຸ້ນເພາະຢ້ານຄອບຄົວຮ້າຍ..

ຕາມຄໍາໃຫ້ການຂອງຜູ້ອ້າງຕົວວ່າຖືກໂຈນປຸ້ນຕໍ່ເຈົ້າໜ້າທີ່ວ່າ: ວັນທີ 6 ຕຸລາ 2022 ຜູ້ກ່ຽວໄດ້ຂັບຂີ່ລົດກະບະມາດສະດ້າ ສີຂາວ ໝາຍເລກທະບຽນ ກນ 2068 ນະຄອນຫຼວງວຽງຈັນ ອອກໄປດື່ມເບຍກັບຫມູ່ຢູ່ເຂດບ້ານດອນໜູນ, ຮອດເວລາປະມານ 22:30 ໂມງ ຜູ້ກ່ຽວຊອກເງິນ ຈຳນວນ 2 ລ້ານກຮບ ແລະ ໜຶ່ງໝື່ນໜຶ່ງພັນບາດ ໃຍຖົງໂສ້ງບໍ່ເຫັນ ຖາມຫມູ່ທີ່ໄປນຳກັນກໍບໍ່ມີໃຜເຫັນ. ຈາກນັ້ນ ຜູ້ກ່ຽວກໍໄປສົ່ງຫມູ່ທີ່ໄປນຳກັນຢູ່ເຮືອນຂອງຫມູ່. ຮອດເວລາ 23 ໂມງ ຜູ່ກ້ຽວຈິ່ງຂັບລົດກັບບ້ານ ແຕ່ພໍຂັບຂີ່ຮອດທາງໂຄ້ງບ້ານນາຍາງ ເມືອງນາຊາຍທອງ ໄດ້ມີລົກຈັກຂີ່ສວນທາງມາເປີດໄຟຕາສູງໃສ່ເຮັດໃຫ້ຜູ້ກ່ຽວເຫຼື້ອມຕາ ລົດຈິ່ງເສຍຫຼັກຕົກລົງຂ້າງທາງ. ຜູ້ກ່ຽວລົງຈາກລົດກວດເບິ່ງເຫັນວ່າເປເພສົມຄວນ, ບໍ່ຮູ້ຈະເຮັດແນວໃດ ຢ້ານຄອບຮ້າຍດ່າ ຈິ່ງໄປນັ່ງຢູ່ໃນລົດ ແລ້ວໂທຫາເມຍ ຈາກນັ້ນ ໂທລະສັບກໍແບັດຫມົດ ຜູ້ກ່ຽວນອນຫຼັບບໍ່ຮູ້ສຶກຕົວ ຮູ້ສຶກອີກຄັ້ງແມ່ນຢູ່ໂຮງຫມໍ 150 ຕຽງ ຈົນຮອດ 4 ໂມງເຊົ້າຂອງວັນທີ 7 ຕຸລາ ຈິ່ງໄດ້ອອກໂຮງຫມໍກັບບ້ານ.

ໃນຂະນະທີ່ກຳລັງກັບບ້ານນັ້ນ ຜູ້ກ່ຽວກໍໄດ້ເລົ່າສູ່ເມຍຟັງວ່າ ຖືກໂຈນສອງຄົນ ລັດຕີລົດ ແລະ ເອົາໄມ້ຄ້ອນຕີໃສ່ການຄໍຈົນສະຫຼົບ ແລະ ໂຈນກໍໄດ້ເອົາຊັບສິນໄປຫມົດ. ພໍຮອດເຮືອນ ກໍມີຫມູ່ຄູ່ພີ່ນ້ອງໄປຢາມ ກໍໄດ້ເລົ່າສູ່ຄົນທີ່ໄປຢາມວ່າ ຖືກໂຈນປຸ້ນເອົາຊັບສິນໄປຫມົດ. ຈາກນັ້ນ ຫມູ່ຂອງຜູ້ກ່ຽວກໍເອົາເລື່ອງດັ່ງກ່າວໄປໂພສລົງເຟສບຸກ ຈົນກາຍເປັນກະແສສັງຄົມ ເຮັດສັງຄົມແຕກຕື່ນ ວ່າໂຈນອອກອາລະວາດຫຼາຍ.

ກໍລະນີດັ່ງກ່າວນີ້ືເປັນການສ້າງຄວາມປັ່ນປ່ວນສັງຄົມ ເຮັດສັງຄົມບໍ່ມີຄວາມສະຫງົບ, ປະຊາຊົນຢ້ານກວາ ໂດຍສະເພາະຜູ້ທີ່ເດີນທາງຜ່ານເສັ້ນທາງດັ່ງກ່າວ. ເຈົ້າໜ້າທີ່ຈິ່ງຝາກເຕື່ອນປະຊາຊົນ ຢ່າສ້າງເລື່ອງທີ່ບໍ່ມີມູນຄວາມຈິງ ເພາະເຮັດໃຫ້ສັງຄົມສັບສົນ ແລະ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ພ້ອມກັນຍົກສູງສະຕິລະວັງຕົວ ແລະ ປະກອບສວນສ້າງສັງຄົມໃຫ້ມີຄວາມສະຫງົບສຸກ. ພົບເຫັນເຫດການບໍ່ດີໃຫ້ຮີບໂທແຈ້ງຕໍ່ເຈົ້າໜ້າທີ່ໂດຍດ່ວນ.

#ໜັງສືພິມຄວາມສະຫງົບ.

Related Posts

Leave a Reply

Your email address will not be published. Required fields are marked *