#ທຽວທາງປ່ຽວລະວັງຖືກຊິງຊັບ.
ຜູ້ໃຊ້ບັນຊີເຟສບຸກ Mouy Thilavanh ໂພສວ່າ: ໃນເວລາປະມານ 4:00 ໂມງເຊົ້າຂອງວັນທີ 8/10/2022 ໄດ້ຂີ່ລົດຈັກ ມາທາງ 3 ແຍກສີໄຄ ຫລື ທາງ 9 ລ້ຽວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ມີຜູ້ຊາຍ 3 ຄົນຂີ່ລົດ PCR ສີດຳ ອັດ 3 ຂີ່ລົດມາໃກ້ໆຫວັງຈະລົງມືຊິງຊັບ ໂດຍໃຊ້ມີດແຫກເສື້ອ ເພື່ອຕັດສາຍກະເປົາ ໃນຂະນະນັ້ນ ມີຄົນເຫັນລະຮ້ອງໃສ່ ໂຈນຈຶ່ງຂີ່ລົດຫລົບຫນີ.
ເຫດຄັ້ງນີ້ ເຮັດໃຫ້ເສື້ອມີຮ່ອງຮອຍ ຖືກຂອງມີຄົມປາດຈົນຂາດ.

ຢ່າງໃດກໍຕາມ, ເສັ້ນທາງດັ່ງກ່າວເປັນເສັ້ນທາງປ່ຽວ ສະນັ້ນ ຜູ້ທຽວທາງຕ້ອງລະວັງເປັນພິເສດ
ຖ້າບໍ່ຈຳເປັນຄວນງົດທຽວ ເພາະຈະມີຄວາມສ່ຽງທີ່ຈະເປັນເປັນເຫຍື່ອຂອງຄົນບໍ່ດີໄດ້ ແລະ ເຊື່ອແນ່ວ່າ ເຈົ້າຫນ້າທີ່ ຈະເລັ່ງແກ້ໄຂເລື່ອງນີ້.
