ມີອີກແລ້ວ! ແຟນບານປະທະກັນ ເສຍຊີວິດ ເທື່ອນີ້ເກີດຂຶ້ນທີ່ລີກສູງສຸດຂອງອາເຈນຕິນ້າ

ວັນທີ 7 ຕຸລາ 2022, ເກີດເຫດການແຟນບານປະທະກັນ ເສຍຊີວິດ ຢ່າງໜ້ອຍ 1 ຄົນ ທີ່ລີກສູງສຸດຂອງອາເຈນຕິນ້າ (ອາກຊັງຕິນ) ຄູ່ລະຫວ່າງ ຍິມນາເຊຍ ລາປາຕ້າ ເປີດບ້ານພົບກັບ ໂບຄາ ຈູເນ່ຍ ເຊິ່ງເຫດການເກີດຂຶ້ນພາຍຫລັງເລີ່ມເກມພຽງ 9′ ນາທີ.

ມີແຟນບານເຂົ້າມາໃນສະໜາມເພື່ອໜີຈາກການປະທະກັນເທິງອັດສະຈັນ ຈາກນັ້ນ ເຈົ້າໜ້າທີ່ຮັກສາຄວາມປອດໄພ ພະຍາຍາມຄວບຄຸມ ໂດຍໃຊ້ແກັສນໍ້າຕາ ແລະ ກະສຸນຢາງ ຍິງສະກັດແຟນບານອາລົມຮ້ອນ.

ເຈົ້າໜ້າປ້ອງກັນຄວາມສະຫງົບຂອງນະຄອນຫລວງ ບູໂນສ ໄອເຣັຊ ຂອງອາກຊັງຕິນ ລາຍງານວ່າ: ປະຈຸບັນ 1 ຄົນ ທີ່ເສຍຊີວິດ ແມ່ນເພດຊາຍ ອາຍຸ 57 ປີ ເສຍຊີວິດຍ້ອນຫົວໃຈວາຍ ເຊິ່ງອາດແຕກຕື່ນກັບເຫດການທີ່ເກີດຂຶ້ນ, ລາຍງານໃຫ້ຊາບຕື່ມວ່າ:

ນັດນີ້ ມີຜູ້ຊົມເຕັມຄວາມຈຸຂອງສະໜາມ 2 ໝື່ນກວ່າຄົນ ແລະ ຍັງມີແຟນບານອີກ 1 ໝື່ນກວ່າຄົນຢູ່ນອກສະໜາມ ໂດຍເຈົ້າໜ້າທີ່ຄາດການວ່າ: ອາດມີການຂາຍປີ້ເຂົ້າຊົມເກີນຄວາມຈຸ ຊຶ່ງຕ້ອງທຳການກວດສອບຕື່ມອີກ.

ກ່ອນໜ້ານີ້ ເຫດການແຟນບານປະທະກັນເສຍຊີວິດ ຫາກໍເກີດຂຶ້ນຍັງບໍ່ເຖິງໜຶ່ງອາທິດ ໃນລີກສູງສຸດຂອງອິນໂດເນເຊຍ ມີແຟນບານເສຍຊີວິດເຖິງ 131 ຄົນ ແລະ ບາດເຈັບ 180 ກວ່າຄົນ.

ຄລີບ.

https://youtu.be/R9hWi2kKYXM

Related Posts

Leave a Reply

Your email address will not be published. Required fields are marked *