ວັນທີ 7 ຕຸລາ 2022ນີ້ ເວລາປະມານ 6-7 ແລງ ມີການປຸ້ນຈີ້ກັນ ຄົນຮ້າຍມີນຳກັຮ 3 ຄົນ.
ມີອາວຸດປືນ ຫຼັງຈາກການປະທະກັນ ທາງເຈົ້າໜ້າທີສາມາດຈັບຄົນຮ້າຍໄດ້ສອງຄົນ ແລະ ຫຼົບໜີໄປໄດ້ຄົນ 1 ທາງເຈົ້າໜ້າທີ່ເຮົາແມ່ນໄດ້ຮັບບາດເຈັບ 2 ຄົນ.
ເຈັບສາຫັດ 1 ຄົນ ແລະ ເສຍຊີວິດ 1 ຄົນສະຖານທີ່ເຫດເກີດເຫດບໍລິເວນ ແຖວ ປ່າວິກ ທາງເຂົ້າບ້ານດົງຊຽງດີ ເມືອງ ໄຊທານີ ນະຄອນຫຼວງ ເປັນຄະດີຄ້າຂາຍຢາເສບຕິດ.

ຢ່າວທີ່ເຮົາຮູ້ກັນວ່າ ອາຊີບອ້າຍນ້ອງ ທະຫານ ຕຳຫຼວດ ແມ່ນຢູ່ໃນຄວາມສ່ຽງສູງກວ່າສາຍອາຊີບອື່ນ.
ໃນມຸມໜຶ່ງທີ່ສັງຄົມເຮົາມັກກ່າວດ້ານລົບທາງສາຍອາຊີບນີ້ກໍ່ຈົ່ງຮູ້ໄວ້ວ່າອີກດ້ານໜຶ່ງແມ່ນເພິ່ນໄດ້ສ່ຽງຊີວິດ ອຸທິດຕົນເພື່ອພວກເຮົາ ເພື່ອສັງຄົມສ່ວນລວມ
ຂໍສະດຸດີແກ່ເຈົ້າໜ້າທີຜູ້ເສຍສະຫຼະ.

ຕຳຫຼວດຜູ້ເສຍຊີວິດບ້ານເກີດຢູ່ ບ້ານໄຮ່ປາກງື່ມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.
