ເລີ່ມມີຫາງສຽງ ເກັບຄ່າຝາກລົດໃຫຍ່ເກີນລາຄາ ໂດຍບໍ່ປະຕິບັດຕາມທີ່ຄະນະຈັດງານບຸນກຳນົດໄວ້

ເລີ່ມມີຫາງສຽງ ເກັບຄ່າຝາກລົດໃຫຍ່ເກີນລາຄາ ໂດຍບໍ່ປະຕິບັດຕາມທີ່ຄະນະຈັດງານບຸນກຳນົດໄວ້.

ວັນທີ 8 ຕຸລາ 2022 ມີແຟນເພຈ ໜັງສືພິມ ລາວພັດທະນາ ສ່ອງແສງມາວ່າ:

ພາຄອບຄົວໄປທ່ຽວງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ນະຄອນຫລວງວຽງຈັນ ໄດ້ໄປຈອດລົດຢູ່ສະຖານທີ່ບໍລິການຝາກລົດແຫ່ງໜຶ່ງຢູ່ແຖວໂຮງໝໍມະໂຫສົດ

ບ່ອນທີ່ຕົນໄປຝາກນັ້ນເກັບ 30.000 ກີບ/ຄັນ/ຄັ້ງ ຕົນຈຶ່ງໄດ້ຖາມຄືນວ່າເຫັນແຈ້ງການຄະນະຈັດງານບຸນກຳນົດ 20.000 ກີບ/ຄັນ/ຄັ້ງ ແລະ ຜູ້ຈີກປີ້ຕອບວ່າປະມູນສະຖານທີ່ຝາກມາແພງ.

.

ຈາກກໍລະນີດັ່ງກ່າວ, ເຫັນວ່າຍັງມີການສວຍໂອກາດເກັບເກີນລາຄາທີ່ກຳນົດ ສະນັ້ນຈຶ່ງຂໍຝາກເຖິງໜ່ວຍງານທີ່ກ່ຽວຂ້ອງລົງກວດກາຕິດຕາມການເກັບຄ່າບໍລິການຝາກລົດຕາມຈຸດຕ່າງໆ ໃຫ້ປະຕິບັດຕາມລາຄາແຈ້ງການທີ່ທາງຄະນະຈັດງານກຳນົດອອກມາດ້ວຍ.

ເບິ່ງລາຍລະອຽດການສະເໜີບັນຫາໃນລິ້ງນີ້:

Related Posts

Leave a Reply

Your email address will not be published. Required fields are marked *