Lao News

ແຈ້ງຂ່າວມໍລະນະກໍາ

ແຈ້ງຂ່າວມໍລະນະກໍາ ຂ້າພະເຈົ້າ ນາງຫມ້າຍ ລັດສະຫມີ ແກ້ວຈິນດາ ພ້ອມດ້ວຍຄອບຄົວຍາດຕິພີ່ນ້ອງ ລູກ, ຫຼານ )

ຂໍແຈ້ງຂ່າວອັນເສົ້າສະຫຼົດໃຈ ມາຍັງຍາດຕິພີ່ນ້ອງ, ເພື່ອນມິດສະຫາຍທີ່ຢູ່ໃກ້ ແລະ ໄກ ຊາບທົ່ວເຖິງກັນວ່າ:ທ່ານ ພົນຈັດຕະວາ ສົມຈັນ ແກ້ວຈັນດາ ອາດີດຄະນະ ປະຈໍາພັກແຂວງ ອາດີດຫົວຫນ້າ ກອງບັນຊາການ ປກສ ແຂວງຫຼວງພະບາງ ຜູ້ເປັນຜົວ; ເປັນພໍ່; ເປັນລຸງ ເປັນອ້າຍ ຂອງພວກຂ້າພະເຈົ້າໄດ້ເຖິງແກ່ມໍລະນະກໍາແລ້ວໃນວັນອາທິດ ທີ 09/10 / 2022

ເອລາ 19:00 ລວມອາຍຸໄດ້ 60 ປີ, ດ້ວຍພະຍາດຂອງຜູ້ກ່ຽວເອງ. ສົບຂອງຜູ້ກ່ຽວໄດ້ບໍາເພັນກຸສົນໄວ້ເຮືອນຂອງຜູ້ກ່ຽວເອງ ບ້ານນາຫຼວງ ຮ່ອມ 20 ຫຼັງສະຫມາມກິລານາຫຼວງ – ສ່ວນວັນຊາປະນະກິດສົບຈະໄດ້ຈັດຂື້ນໃນວັນພຸດ ວັນທີ 12/10/2012 ເວລາ 18:00

ທີ່ ສຸສານ ປ່າຫຍ້າທຶບ – ວັນ ພະຫັດ ວັນທີ 13/10/2012 ເປັນມື້ຫ້າງຫາກະກຽມເຮືອນຜ້າ ແລະ ເຄື່ອງທານຕ່າງໆ ເພື່ອ

ອຸທິດບຸນກຸສົນ ຕອນແລງມີ ສູດປະຣິຕະມຸງຄຸນ ຕອນຄໍ່າຄົບງັນຕາມຮີດຄອງປະເພນີ. – ວັນ ສຸກ ວັນທີ 14/10/2022 ເວລາ 6:00 ເປັນມື້ຕັກບາດ ພຣະ 9ອົງ ສັນຈັງຫັນ, ຖວາຍເຄື່ອງສັງ 3 8 ກະທານ ແກ່ພະພິຂຸສົງສໍາມະເນນ ເປັນອັນວ່າຈົບພິທີ.

– ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ຮ່ອມກິນທານນໍາຄອບຄົວພວກຂ້າພະເຈົ້າດ້ວຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button