Lao News

Congratulations ຕາໂຕ ຈິນຕະນາ ຄິດາພອນ ໄດ້ເປັນ Miss Earth Laos

Congratulations Miss Earth Laos ມີສເອີສລາວ2022 ແມ່ນນ້ອງ ຕາໂຕ ຈິນຕະນາ ຄິດາພອນ Tato Jintana Kdp ເຊິ່ງໄດ້ມີການແຕ່ງຕັ້ງ ແລະ ປະກາດ ໃນຄໍ່າຄືນຂອງວັນທີ 12 ຕຸລາ 2022 ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ

ເຊິ່ງນ້ອງຕາໂຕ ຈະໄດ້ເປັນຕົວແທນສາວລາວໄປປະກວດ ທີ່ປະເທດ ຟິລິບປິນ ໂດຍນ້ອງຕາໂຕບອກຕ້ອງໄດ້ກຽມຄວາມພ້ອມທຸກຢ່າງບໍ່ວ່າຈະເປັນຮູບຮ່າງ, ຄວາມຮູ້ຄວາມສາມາດ ໃຫ້ສົມກັບການຖືກແຕ່ງຕັ້ງ.

.

ຖ້າຕິດຕາມຊົມ ແລະ ເຊຍ ສົ່ງກໍາລັງໃຈໃຫ້ຕົວແທນປະເທດ ຕາໂຕ ຈິນຕະນາ ຄິດາພອນ ອາຍຸ 23 ປີ ຈົບການສຶກສາຢູ່ ມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສິ່ງແວດລ້ອມ ປະຈຸບັນເປັນນາງແບບສັງກັດຢູ່ລາວຊຸບເປີໂມເດວ ຜົນງານທີ່ຜ່ານມາ ມີ ຖ່າຍປົກ ວາລະສານພາເພີນ,

.

ເດີນແບງານລາວແຟຊັນວີກ 2017,2019,2020 ; ເດີນແບບງານ ວາວ 2019 ແລະຍັງມີງານຖ່າຍແບບເດີນແບບຫລາຍໆງານ ນອກຈາກນີ້ຍັງມີ ຖ່າຍຊີລີ້ ແລະ ອື່ນໆ

ຄະຕິປະຈຳໃຈແມ່ນ “ເຮັດໃນສິ່ງທີ່ເຮົາຮັກ ແລ້ວເຮົາຈະມີຄວາມສຸກເອງ “

ສ່ວນຕົວແລ້ວຄິດວ່າຕົນເອງເປັນຄົນຕະລົກ ອາລົມດີຕະຫຼອດເວລາ, ມັກ ອອກກຳລັງກາຍ ແລະ ເປັນຄົນບໍ່ມັກ ຄວາມວຸ້ນວາຍ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button