ລັດຖະບານເເຫ່ງ ສປປ ລາວ ໄດ້ຮັບ ວັກຊີນຈຳນວນ 201,600 ໂດສ໌ ຈາກລັດຖະບານສະຫະລັດອາເມລິກາ

ວັນທີ 13 ຕຸລາ 2022 ທີ່ ນະຄອນຫຼວງວຽງຈັນ​.

ລັດຖະບານເເຫ່ງ ສປປ ລາວ ໄດ້ຮັບ ວັກຊີນກັນພະຍາດ ໂຄວິດ -19 ສຳລັບເດັກຈຳນວນ 201,600 ໂດສ໌ ຈາກລັດຖະບານສະຫະລັດອາເມລິກາ ໂດຍຜ່ານ COVAX Facility ເພື່ອປະກອບສ່ວນເຂົ້າໃນຂະບວນການສັກວັກຊີນກັນພະຍາດດັ່ງກ່າວໃຫ້ກັບເດັກນ້ອຍອາຍຸ 5-11 ປີ ໃນ ສປປ ລາວ.

ພິທີມອບຮັບວັກຊີນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ມີຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ, ຜູ້ຕາງໜ້າອົງການ ຢູນິເຊັບ ປະຈຳ ສປປ ລາວ, ຫົວໜ້າກົມ, ສູນ, ທ່ານໝໍ, ຄູ-ອາຈານ ແລະ ນ້ອງໆນັກຮຽນໄດ້ເຂົ້າຮ່ວມ.

ສໍາລັບການປະກອບສ່ວນໃນຄັ້ງນີ້ ສະເເດງໃຫ້ເຫັນເຖິງສາຍພົວພັນ ທີ່ເຂັ້ມແຂງລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໃນວຽກງານຫຼາຍໆຂົງເຂດ, ລວມເຖີງວຽກງານດ້ານສາທາລະນະສຸກໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ພ້ອມນັ້ນກໍ່ຈະຊ່ວຍໃນການຮັບປະກັນຄວາມປອດໄພຂອງເດັກນ້ອຍລາວເພຶ່ອໃຫ້ພວກເຂົາສາມາດສືບຕໍ່ການຮຽນຢູ່ໃນໂຮງຮຽນໄດ້ຢ່າງຕໍ່ເນື່ອງໃນສົກຮຽນ 2022-2023.​

ວັກຊີນທັງໝົດທີ່ນຳໃຊ້ຢູ່ໃນ ສປປ ລາວ ເເມ່ນໄດ້ຮັບການອະນຸມັດຈາກ ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ແລະ ໄດ້ຮັບການຢັ້ງຢືນວ່າປອດໄພ ແລະ ມີປະສິດທິພາບໃນການປ້ອງກັນພະຍາດຮ້າຍແຮງຈາກ ໂຄວິດ-19.

ຂ່າວ: ສູນຂ່າວສານ​ການແພດ​ສຸຂະ​ສຶກສາ

Related Posts

Leave a Reply

Your email address will not be published. Required fields are marked *