ພິທີວາງພວງມາລາ ນັກກິລາສີພາຍເຮືອຊ່ວງເພດຍິງ ບ້ານລ້ອງປໍ ເມືອງ ແລະ ແຂວງໄຊຍະບູລີ ທີ່ເກີດອຸປະຕິເຫດເຮືອຫຼົ້ມໃນວັນບຸນຊ່ວງເຮືອປະຈໍາປີ 2022.
ຕອນເຊົ້າ ວັນທີ 13 ຕຸລາ 2022 ນີ້ ອົງການປົກຄອງເມືອງໄຊຍະບູລີ ນໍາພາໂດຍ ທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີວາງພວງມາລາ
ໃນງານຊາປະນາກິດສົບ ຮ້ອຍເອກ ນາງ ຄໍາປຸ່ນ ແສງປະເສີດ ທີ່ເສຍຊີວິດຈາກອຸປະຕິເຫດເຮືອຫຼົ້ມທີທ່າຊ່ວງເຮືອບ້ານປົ່ງ ຄັ້ງວັນທີ 10 ຕຸລາ 2022 ຜ່ານມາ,
ພ້ອມທັງມອບເງີນກີນທານນໍາຄອບຄົວຜູ້ເສຍຊີວິດ 15,000,000 ກີບ ແລະ ມອບເງີນໃຫ້ອົງການປົກຄອງບ້ານລ້ອງປໍ ຈໍານວນ 5,000,000 ກີບ.

.

.

ຄລີບ.