ປັດຈຸບັນທົ່ວປະເທດມີຄູອາສາ 7.693 ຄົນ

ປັດຈຸບັນທົ່ວປະເທດມີຄູອາສາ 7.693 ຄົນ

ອີງຕາມການຊີ້ແຈງຂອງທ່ານ ຮສ ປອ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ພວມດໍາເນີນໃນປັດຈຸບັນນີ້ ໂດຍໄດ້ຊີ້ໃຫ້ເຫັນຜົນສໍາເລັດໃນການຈັດບູລິມະສິດຄູອາສາສະໝັກຕາມ 3 ບັນຊີ ທີ່ມີຈຳນວນ 7.693 ຄົນ.

– ບັນຊີ 1 ມີຈໍານວນ 3.604 ຄົນເຊິ່ງແມ່ນຄູອາສາສະໝັກ ທີ່ຈົບຖືກຊັ້ນຖືກສາຍວິຊາ ທີ່ຜ່ານການປະເມີນການສອນ ຢູ່ໃນເກນດີ ແລະ ສະ ຖານການສຶກສາມີຄວາມຕ້ອງການ.
– ບັນຊີ 2 ແມ່ນຜູ້ທີ່ສອນບໍ່ຖືກຊັ້ນຖືກສາຍ ເປັນຄູສອນລາຍວິຊາທີ່ມີຫລາຍເກີນຄວາມຕ້ອງການຂອງສະຖານສຶກສາ, ແຕ່ມີຄວາມກະຕືລືລົ້ນທີ່ຈະສືບຕໍ່ສອນ, ສຳລັບກຸ່ມນີ້ມີຈໍານວນ 1.404 ຄົນ ທີ່ຈະໄດ້ລະດົມໃຫ້ໄປບຳລຸງຍົກລະດັບ ໃນວິຊາທີ່ຂາດຢູ່ວິທະຍາໄລຄູແຫ່ງຕ່າງໆ ເພື່ອຈະສືບຕໍ່ບັນຈຸໃນຕໍ່ໜ້າ.
– ສ່ວນ ຜູ້ທີ່ຈັດຢູ່ໃນບັນຊີ 3 ແມ່ນຈະລະດົມໃຫ້ໄປຮຽນອາຊີວະສຶກສາ ຫລື ຂະແໜງການອື່ນ, ເວລາຈົບມາແມ່ນໃຫ້ໄປເຮັດວຽກອື່ນ ເຊິ່ງມີຈໍານວນ 2.685 ຄົນ.

ຊັ້ນການສຶກສາກ່ອນໄວຮຽນ ມີ 1.417 ຄົນ, ຊັ້ນປະຖົມສຶກສາ 2.601 ຄົນ, ຊັ້ນມັດທະຍົມຕອນຕົ້ນ1.372 ຄົນ, ຊັ້ນມັດທະຍົມສົມບູນ 2.303 ຄົນ.

ໃນນີ້ ເປັນອາສາສະໝັກ ມາໄດ້ 8-9 ປີ ມີຈຳນວນ 38 ຄົນ, 6-7 ປີ ມີຈໍານວນ 1.636 ຄົນ ແລະ ຄູອາສາສະໝັກ ປະມານ 3-5 ປີ ມີຈໍານວນ 6.019 ຄົນ.

ຂະນະດຽວກັນ ໄດ້ສຳເລັດແບ່ງປັນຕົວເລກ(ທຶນໃນແຜນ) ໃຫ້ຄູອາສາສະໝັກ ບັນຊີທີ 2 ໄປຍົກລະດັບຊັ້ນປະລິນຍາຕີ(ຕໍ່ເນື່ອງ) ພາກປົກກະຕິ ພາຍໃນປະເທດ ຈຳນວນ 166 ຄົນ.

ໃນນັ້ນ ຊັ້ນມັດທະຍົມປະກອບມີວິຊາ: ຄະນິດສາດ, ພາສາລາວ-ວັນນະຄະດີ, ໄອຊີທີ, ພື້ນຖານວິຊາຊີບ, ພະລະສຶກສາ ແລະ ສິລະປະສຶກສາ.

ແຕ່ລະປີ ໄດ້ບັນຈຸຄູອາສາສະໝັກທີ່ສອນໃນແຕ່ລະຊັ້ນຮຽນ ເຂົ້າເປັນລັດຖະກອນຄູ ປະມານ 94% ຂອງໂກຕ້າ ທີ່ໄດ້ຮັບທັງໝົດ ເຊິ່ງເຮັດໃຫ້ຈໍານວນຄູອາສາສະໝັກໄດ້ຫລຸດລົງໃນແຕ່ລະປີ ເຊັ່ນ: ໃນສົກຮຽນ 2020-2021 ທົ່ວປະເທດ ມີຈໍານວນຄູອາສາສະໝັກ ທັງໝົດ 8.423 ຄົນ (ນັບສະເພາະຜູ້ມີອາຍຸການສິດສອນ 3 ປີຂຶ້ນໄປ) ຕົກມາສົກຮຽນ 2021-2022 ທົ່ວປະເທດ ມີຈໍານວນຄູອາສາສະໝັກທັງໝົດເຫລືອພຽງ 7.693 ຄົນ ແລະ ຜ່ານການປະເມີນການສິດສອນຂອງຄູອາສາສະໝັກຂອງບັນດາແຂວງ, ເມືອງ ແລະ ໂຮງຮຽນ ເຫັນວ່າປະສິດທິພາບໃນການນໍາໃຊ້ຄູອາສາສະໝັກ ແມ່ນຢູ່ໃນລະດັບດີພໍສົມຄວນ ແລະ ສາມາດຮັບຮອງເປັນຄູໄດ້ ຖ້າວ່າມີໂຄຕາ ຫລື ຖ້າວ່າມີລະບົບຄູພາລາກອນ.

Related Posts

Leave a Reply

Your email address will not be published. Required fields are marked *