ທະນະບັດປັບປຸງ ປະເພດໃບ 10000 ກີບ ແລະ 20000 ກີບ ໃໝ່

ທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃຫມ່) ທີ່ນໍາອອກສູ່ ຂອດຈໍລະຈອນຄັ້ງນີ້ ແມ່ນສາມາດນໍາໃຊ້ຖືກຕ້ອງຕາມກົດຫມາຍ, ໂດຍນໍາໃຊ້ຄຽງຄູ່ກັບທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2003 ທີ່ຈໍລະຈອນໃນປະຈຸບັນແລະ ຈະບໍ່ມີຜົນກະທົບຕໍ່ສະຖຽນລະພາບ ເງິນຕາແຫ່ງຊາດ ເພາະເປັນການສະຫນອງທະນະບັດຮູບແບບປັບປຸງໃຫມ່ ທີ່ມີຄຸນນະພາບສູງ ເຂົ້າສູ່ລະບົບເສດຖະກິດ;

– ສໍາລັບທະນະບັດປະເພດໃບ10000ກີບແລະໃບ20000ກີບລຸ້ນປີ2003ທີ່ນໍາໃຊ້ໃນຂອດຈໍລະຈອນ ປະຈຸບັນ ຍັງສາມາດນໍາໃຊ້ຫມູນວຽນເຂົ້າໃນການຊໍາລະສະສາງ ຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ ຈະບໍ່ມີການຍົກເລິກ ການນໍາໃຊ້ ແຕ່ຢ່າງໃດ;ທະນາຄານແຫ່ງ ສປປ ລາວ ໃນນາມທີ່ມີພາລະບົດບາດໃນການຄຸ້ມຄອງ ມະຫາພາກທາງດ້ານເງິນຕາ, ຂໍ ຮຽກຮ້ອງໃຫ້ສື່ມວນຊົນ ເປັນກະບອກສຽງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ,

ທະຫານ ແລະ ຕໍາຫຼວດໃນຂອບເຂດທົ່ວປະເທດ, ຈົ່ງມີຄວາມເຊື່ອຫມັ້ນຕໍ່ກັບການນໍາເອົາທະນະບັດ ປະເພດໃບ 10000 ກີບ ແລະ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃຫມ່) ອອກສູ່ຂອດຈໍລະຈອນ ກໍ່ຄືສັງຄົມໃຫ້ໄດ້ນໍາໃຊ້ ໃນຄັ້ງນີ້, ພ້ອມນີ້ກໍ່ໃຫ້ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອການໂຄສະນາໃນຮູບແບບຕ່າງໆ ຂອງກຸ່ມຄົນທີ່ບໍ່ຫວັງດີສວຍ ໂອກາດສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ.

ພ້ອມດຽວກັນນີ້, ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງໃຫ້ທຸກຄົນທົ່ວສັງຄົມ ໄດ້ເສີມຂະຫຍາຍສິດເປັນ ເຈົ້າຂອງປະເທດຊາດດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນຕາຂອງຊາດຢ່າງຖືກຕ້ອງ ປະກອບສ່ວນສົ່ງເສີມການນໍາໃຊ້ ເງິນກີບ, ເສີມສ້າງຄຸນຄ່າຂອງເງິນກີບ ແລະ ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ຫມັ້ນຄົງຍາວນານ.

Related Posts

Leave a Reply

Your email address will not be published. Required fields are marked *