ເປັນໄປໄດ້ແທ້ບໍ່ ແອັດ ຄາຣາບາວ ອາດຖືກປົດຈາກສິນລະປິນແຫ່ງຊາດ

ເປັນເລື່ອງ! ແອັດ ຄາຣາບາວ ອາດຖືກປົດຈາກສິນລະປິນແຫ່ງຊາດ.

ຜູ້ວ່າລາດຊະການຈັງຫວັດສຸພັນບຸຣີ ( ປະເທດໄທ) ເປີດເຜີຍກໍລະນີທີ່ ແອ໊ດ ຄາຣາບາວ ສິນລະປິນເພງເພື່ອຊີວິດແຫ່ງຊາດ ໄດ້ໂພສຂໍ້ຄວາມຂໍໂທດທາງເຟສບຸກເຊິ່ງທາງຜູ້ວ່າໄດ້ຮັບຄຳຂໍໂທດ

ໂດຍສ່ວນໂຕຕົນເອງກໍ່ບໍ່ໄດ້ມີເລື່ອງບາດໝາງໃຈກັນແຕ່ເລື່ອງຄະດີກໍ່ຍັງມອບໝາຍໃຫ້ນິຕິກອນໄປແຈ້ງຄວາມຮ້ອງທຸກຕໍ່ພະນັກງານສອບສວນ ໃນຂໍ້ຫາໝິ່ນປະມາດພະນັກງານ ເພື່ອຕ້ອງການສ້າງມາດຕະຖານ ບໍ່ຍອມໃຫ້ໃຜມາໝິ່ນກ່ຽວກັບຂ້າລາດຊະການ.

ລ່າສຸດສຳນັກງານວັດທະນາທຳໄດ້ລາຍງານເຫດການດັ່ງກ່າວໄປເຖິງກົມສົ່ງເສີມວັດທະນາທຳແລ້ວ ໂດຍລາຍງານວ່າໃນປະເດັນເຂົ້າຂ່າຍສິນລະປິນແຫ່ງຊາດທີ່ມີຄວາມປະພຶດເສື່ອມເສຍຫຼືບໍ່

ຫາກຄະນະກຳມະການວັດທະນາທຳແຫ່ງຊາດ ພິຈາລະນາແລ້ວເຫັນວ່າເປັນຄວາມປະພຶດທີ່ເຮັດໃຫ້ເສື່ອມເສຍ ກໍ່ສາມາດພິຈາລະນາຖຶອດຖອນອອກຈາກສິນລະປິນແຫ່ງຊາດໄດ້

..

..

Related Posts

Leave a Reply

Your email address will not be published. Required fields are marked *