ຕັດຄົນ 5 ປະເພດນີ້ ອອກໄປຈາກຊີວິດກ່ອນອາຍຸ 25
( ແລ້ວຊີວິດຈະມີຄວາມສຸກຫຼາຍຂື້ນ )

1.ຄົນທີ່ບໍ່ເຄີຍແນມເຫັນຄຸນຄ່າໃນໂຕເຮົາ
ເຮົາບໍ່ຈຳເປັນຕ້ອງໃຫ້ໃຜມາດູຖູກຄຸນຄ່າຂອງໂຕເຮົາເອງ
ຕໍ່ໃຫ້ຄົນໜົດໂລກນີ້ບໍ່ເຫັນຄຸນຄ່າໃນໂຕເຮົາ. ເຮົາຕ້ອງເຫັນຄຸນຄ່າຂອງໂຕເຮົາເອງໃຫ້ໄດ້ ຄົນທີ່ຮັກເຮົາ ຈີງໃຈກັບເຮົາຈະແນມເຫັນວ່າເຮົາມີຄຸນຄ່າກັບເຂົາສະເໜີ

2. ຄົນທີ່ຂາດຄວາມຮັບຜິດຊອບໃນໂຕເອງ ແລະ ຄົນຮອບຂ້າງ
ຄົນທີ່ຂາດຄວາມຮັບຜິດຊອບຄືຄົນທີ່ຄວນຕັດອອກຈາກຊີວິດຫຼາຍທີ່ສຸດ
ເພາະຈະເຮັດໃຫ້ມີເລື່ອງກັງວົນໃຈຫຼາຍຢ່າງເຂົາມາໃນຊີວິດຂອງເຮົາ
ບໍ່ແມ່ນເບີ່ງແຕ່ຄົນຢູ່ຮອບໂຕເຮົາເດີ່ ວ່າເຂົາຂາດຄວາມຮັບຜິດຊອບບໍ່
ຕ້ອງຍ້ອນກັບມາເບີ່ງໂຕເອງອີກວ່າ ເຮົາມີຄວາມຮັບຜິດຊອບແລ້ວ ຫຼື ຍັງ ?

3. ຄົນທີ່ເວົ້າແຕ່ແນວລົບໆ ເຮັດໃຫ້ເຮົາຈິດຕົກ
ມັນຈະມີຄົນບາງປະພດທີ່ເຂົາມາລົມກັບເຮົາ ແບບວ່າຈະບໍ່ມີເລື່ອງດີໆເວົ້າອອກມາຈາກປາກເລີຍ ຄົນແບບນີ້ຄວນຢູ່ໄກໆເອົາໄວ້ແນ່ກະດີ ເພາະຄຳເວົ້າຂອງເຂົາອາດຈະເຮັດໃຫ້ເຮົາຈິດຕົກ ແລະ ມີແຕ່ຄວາມຄິດລົບໆເຂົ້າມາໃນຊີວິດ.

4.ຄົນທີ່ພະຍາມທຳຮ້າຍເຮົາ ທັງທາງຕົງ ແລະ ທາງອ້ອມ
ອັນນີ້ຕ້ອງໃຊ້ເວລາເບີ່ງກັນດົນໆເຖີງຈະໄດ້ຮູ້ ບາງຄົນທີ່ເຂົ້າມາຫາເຮົາກໍດີທີ່ສຸດ ບາງຄົນກໍດ່າ ຫຼື ທຳຮ້າຍເຮົາ ແບບໃຈຫາຍຄືກັນ ແບບວ່າບໍ່ຄິດວ່າຈະເປັນຄົນແບບນີ້ ສີ່ງທີ່ຕ້ອງເຮັດໃຫ້ໄດ້ຄືຕ້ອງຕັດໃຫ້ຂາດ ຮ້າຍມາບໍ່ຕ້ອງຮ້າຍຕອບ ແຕ່ຕັດອອກຈາກຊີວິດກໍພຽງພໍແລ້ວ

5.ຄົນທີ່ບໍ່ເຕືອນເຮົາໃນສີ່ງທີ່ຜິດພາດ
ເຮົາມັກຈະດີໃຈທີ່ມີຄົນຢ້ອງເຮົາຊົມເຊີຍເຮົາ ແລະ ມັກຈະເສຍໃຈເມື່ອມີຄົນຕຳນີຕັກເຕືອນ ນີ້ຄືການປຸງແຕ່ງຄວາມຮູ້ສືກໃນໃຈເຮົາ ຊື່ງໃນບາງທີ່ມັນອາດຈະເຮັດໃຫ້ເຮົາຫລົງຕົວເອງຫຼາຍເກີນໄປ ຈະເຮັດໃຫ້ເກີດມີຂໍ້ຜິດພາດຫຼາຍໃນຊີວິດ
ພະຍາມຟັງສຽງຕຳນີຕັກເຕືອນແນ່ກໍໄດ້.

ແຫ່ງທີ່ມາ: ໄວລຸ້ນສ້າງໂຕ.