ຫຼິ້ນເກມຈົນບໍ່ໄດ້ນອນເປັນເຫດ! ເດັກໄວ14ປີ ຂັບລົດຈັກຫຼັບໃນລົ້ມເອງ.
ຈາກເຫດການປະເທດເພື່ອນບ້ານ ເດັກນ້ອຍອາຍຸ 14ປີ ຂີ່ລົດຈັກຫຼັບໃນພຸ່ງຂຶ້ນຂອບທາງ ແລະຕຳກັບຕົ້ນໄມ້ ພົ້ງໄປໄກເກືອບ 50ແມັດ ນອນນິ່ວຢູ່ກັບບ່ອນ ຂະນະເກີດເຫດມີພົນລະເມືອງດີຂັບລົດຕາມຫຼັງມານັ້ນເຂົາໄດ້ບອກວ່າ ລົດຈັກດັ່ງກ່າວມີທ່າທີເຊໄປເຊມາ.
ຈົນກະທັ່ງເຖິງຈຸດເກີດເຫດ ກໍ່ຂີ່ລົດພຸ່ງຂຶ້ນຂອບທາງຕຳກັບຕົ້ນໄມ້ ແລ້ວເສຍຫຼັກລົ້ມໄຖໄປກັບພື້ນຫົນທາງ ຄົນໄປທາງລົດໄປ ເຮັດໃຫ້ເດັກຊາຍຄົນນັ້ນນອນນິ່ງຢູ່ກັບທີ່ ດີທີ່ໃສ່ໝວກນິລະໄພ ພົນລະເມືອງດີຊ່ວຍກັນຖອດໝວກແລ້ວພາແລ່ນຂ້າມໄປໂຮງໝໍເຊິ່ງຢູ່ຫ່າງປະມານ 300ແມັດ ເພື່ອຂໍຄວາມຊ່ວຍເຫຼືອ ເຊິ່ງກວດສອບເບື້ອງຕົ້ນບາດເຈັບເລັກໜ້ອຍ.
ສ່ວນສາເຫດນັ້ນ ເດັກຊາຍດັ່ງກ່າວຍອມຮັບວ່າ ຫຼິ້ນເກມຫຼາຍເກີນໄປບໍ່ຄ່ອຍໄດ້ພັກຜ່ອນ ກ່ອນເກີດເຫດຂໍເງິນແມ່ຈະຂີ່ລົດໄປເຕີມນ້ຳມັນໃນໂຕເມືອງ ມາເຖິງຈຸດທີ່ເກີດເຫດຫຼັບໄປບໍ່ຮູ້ຕົວ ມາຮູ້ສຶກອີກເທື່ອກໍ່ຕອນມີຄົນປຸກໃຫ້ຕື່ນ ໂຊດດີທີ່ໃສ່ໝວກກັນກະທົບ.
ຈຶ່ງບໍ່ໄດ້ຮັບອັນຕະລາຍໄປຫຼາຍກວ່ານີ້ ທັ້ງນີ້ເຈົ້າໜ້າທີ່ຕ່າງຊ່ວຍກັນ ຕິດຕາມຜູ້ປົກຄອງມາຮັບຕົວ ແລະຈະພານຳສົ່ງໂຮງໝໍເພື່ອເຮັດການກວດຮ່າງກາຍອີກຄັ້ງ.(ຂ່າວຈາກປະເທດເພື່ອນບ້ານ)
