ເຈົ້າໜ້າທີ່ສາມາດຈັບຕົວຄົນຮ້າຍໄດ້ຈຳນວນ 3 ຄົນ

ປກສ ເມືອງໄຊເສດຖາ ຈັບແກ໋ງລັກຊັບ.

ໃນລະຫວ່າງວັນທີ 22 ກໍລະກົດ 2022 ຜ່ານມານີ້. ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ຮັບແຈ້ງຄວາມຈາກປະຊາຊົນບ້ານໂພໄຊ, ບ້ານຄັນມະກ່ອງ ແລະ ບ້ານຝັ່ງແດງ ມີຄົນບໍ່ດີລັກຊັບ.

ເຊິ່ງຈຳນວນຊັບທີ່ເສຍໄປ ມີ ສາຍຄໍຄຳ 2 ເສັ້ນ, ນ້ຳໜັກ 2 ບາດ ຕ້າງຫູຄຳ 1 ຄູ່ ນ້ຳໜັກ 5 ຫຸນ, ເງິນສົດ 18.000.000, ເງິນບາດ 200 ບາດ, ໂທລະສັບຈຳນວນ 6 ໜ່ວຍ.

ມາຮອດວັນທີ 30 ກໍລະກົດ 2022, ເຈົ້າໜ້າທີ່ສາມາດຈັບຕົວຄົນຮ້າຍໄດ້ຈຳນວນ 3 ຄົນຄື:

1. ທ້າວ ແອ໋ງ ອາຍຸ 18 ປີ, ຢູ່ບ້ານຊ້າຍ ເມືອງໄຊເສດຖາ,

2. ທ້າວ ທິດມີໄຊ (ໜອງ) ອາຍຸ 18 ປີ, ຢູ່ບ້ານວັດຫຼວງ.

3. ທ້າວ ສະຫງວນຊັບ (ດິ່ງ) ອາຍຸ 19 ປີ, ບ້ານຊ້າຍ ທັງສາມຢູ່ ເມືອງໄຊເສດຖາ.

ນອກນີ້, ເຈົ້າໜ້າທີ່ ສາມາດເກັບກູ້ເຄື່ອງຂອງກາງໄດ້ຄືນ ປະກອບມີ: ເງິນສົດຈຳນວນ 10.000.000 ແລະ ໂທລະສັບມືຖືຈຳນວນໜຶ່ງ.

Related Posts

Leave a Reply

Your email address will not be published. Required fields are marked *