ຂ່າວດີ! ປັບລົງລາຄານໍ້າມັນ ແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນກາຊວນຍັງປັບຂື້ນ ເລີ່ມປະຕິບັດ 6:00 ເຊົ້າຂອງວັນທີ 20 ຕຸລາ 2022,

– ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ.

– ແອັດຊັງພິເສດ ປັບຂື້ນ 400 ກີບ/ລິດ.

– ແອັດຊັງທຳມະດາ ປັບຂື້ນ 170 ກີບ/ລິດ.

– ກາຊວນ ປັບຂຶ້ນ 200 ກີບ/ລິດ.

– ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0683/ກຄພນ, ລົງວັນທີ 20 ຕຸລາ 2022,ຈົນກວ່າຈະມີການປ່ຽນແປງ.

– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.

ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 098/ອຄ, ລົງວັນທີ 20 ຕຸລາ 2022, ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

Related Posts

Leave a Reply

Your email address will not be published. Required fields are marked *