“ໂຕໂນ້ ພາຄິນ” ກັ້ນນ້ຳຕາໄວ້ບໍ່ຢູ່ ໃຫ້ກາງຮ້ານອາຫານທີ່ ຈັງຫວັດນະຄອນພະນົມ.

ໂຕໂນ້ຂໍເດີນຫນ້າສູ້ທຸກດຣາມ້າ ທີ່ຖາໂຖມເຂົ້າມາ ພ້ອມລຸຍຕາມຄວາມຕັ້ງໃຈເດີມ ໃນໂຄງການລອຍນ້ຳຂ້າມຂອງ ໃນວັນທີ 22/10/22ນີ້.

ເພື່ອຫາເງີນຊ່ວຍເຫລືອເລື່ອງອຸປະກອນທາງການແພດ ໂຮງຫມໍ ໄທ🇹🇭-🇱🇦ລາວ ລ່າສຸດ ເພສ : ເກັບຮັກ(เก็บรักษ์) ໄດ້ເຜີຍພາບ ໂຕໂນ້ ພາຄິນຄຳວິໄລສັກ ຮ້ອງໃຫ້ດ້ວຍຄວາມຕື້ນຕັນ ຫລັງໄດ້ຮັບກຳລັງໃຈຈາກຄົນໃນພື້ນທີ່ ຈັງຫວັດນະຄອນພະນົມ.

“ຫລາຍຄັ້ງແລ້ວ ທີ່ໄດ້ຮັບກຳລັງໃຈດີດີແບບນີ້ ແຕ່ກັບຕັນ(ໂຕໂນ້)ຂອງເຮົາກໍ່ກັ້ນມາຕະຫລອດ ຈົນມາວັນນີ້ ທີ່ນະຄອນພະນົມ.

ຕັ້ງແຕ່ຍ່າງເຂົ້າຮ້ານອາຫານມາ ທຸກໂຕະໃຫ້ການຕ້ອນຮັບຢ່າງດີຫລາຍໆ ຍ່າງເຂົ້າມາທັກທາຍ ຂໍຖ່າຍຮູບ ແລະ ເວົ້າກັບກັບຕັນ(ໂຕໂນ້)ຂອງເຮົາວ່າ ສູ້ໆເປັນກຳລັງໃຈໃຫ້ເດີ ສູ້ໆເດີລູກ ປ້າໃຫ້ກຳລັງໃຈໃຫ້ ທຸກຄຳເວົ້າ ທຸກການກະທຳທີ່ທຸກໆຄົນເຂົ້າມາທັກທາຍ ເຂົ້າມາໃຫ້ກຳລັງໃຈ.

ມັນມີຄວາມໝາຍ ແລະ ມີພະລັງກັບອ້າຍໂຕໂນ້ຫລາຍໆເລີຍຂໍຂອບໃຈກຳລັງໃຈ ພະລັງໃຈດີໆ ທີ່ມີໃຫ້ອ້າຍໂຕໂນ້ ແລະ ທີມງານທຸກຄົນຈິງໆ ມັນມີຄວາມຫມາຍກັບພວກເຮົາຫລາຍໆເລີຍ 🤍 ຂອບໃຈ ແລ້ວເຈີກັນ 🙂”

ຂໍເຊີນຊວນພີ່ນ້ອງ ສປປ.ລາວ ແລະ ພີ່ນ້ອງຊາວແຂວງຄຳມ່ວນໄປໃຫ້ກຳລັງໃຈ “ໂຕໂນ້ ພາຄິນ” ດາລາ ໃຈມະຫາກຸສົນທີ່ຈະໄປມອບເງີນໃຫ້ກັບໂຮງຫມໍແຂວງຄຳມ່ວນ ເພື່ອເອົາໄປຊື້ອຸປະກອນທາງການແພດ ໃນວັນທີ 22/10/22

#ໂຕໂນ້✌️✌️✌️

#ไล่ตามกระแสข่าว ลาว-ไทย

Related Posts

Leave a Reply

Your email address will not be published. Required fields are marked *