ເຫດຄົນໂດດຂົວ ເສຍຊີວິດ 01 ຄົນ.

ໃນວັນທີ 21 ຕຸລາ 2022 ເວລາ 18:54ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີຜູ້ເສຍຊີວິດຢູ່ກ້ອງຂົວນ້ຳຄານຢູ່ ບ້ານ ວັງເງີນ ນະຄອນຫລວງພະບາງ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດເພດຊາຍ 01 ຄົນ: ປັດຈຸບັນແມ່ນບໍ່ຮູ້ຊື່ແລະປະຫວັດຂອງຄົນເສຍຊີວິດ
ສ່ວນຂໍ້ມູນຕ່າງໆແມ່ນຢູ່ໃນການສືບສວນຂອງເຈົ້າຫນ້າທີ່ຕຳຫລວດ

ດັ່ງນັ້ນທີມງານຫນ່ວຍກູ້ຊີບອົງການກາແດງລາວໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ
ປະກາດເຖິງຍາດພີ່ນ້ອງຂອງຜູ້ເສຍຊີວິດເມື່ອຊາບຂ່າວນີ້ໃຫ້ມາພົວພັນເອົາສົບຜູ້ເສຍຊີວິດເພື່ອໄປເຮັດຕາມພິທີຕາມສາສະຫນາ
ທາງທີມງານຂໍສະແດງຄວາມເສຍໃຈມາຍັງຄອບຄົວແລະຍາດພີ່ນ້ອງຂອງຜູ້ເສຍຊີວິດຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ພົບພູມທີ່ດີດ້ວຍເທີ້ນ🙏🙏🙏🙏

#ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625
#ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑
🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດສາມາດບໍລິຈາກຜ່ານບັນຊີຂອງຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ.
🚑050110001513810001🚑(ບັນຊີທະນາຄານການຄ້າ)
ຊື່ບັນຊີ LAO RED CROSS LUANGPHABANG – PROVINCE RESCUE🚑
0300600010001027🚑(ບັນຊີທະນາຄານພັດທະນາລາວ)
#ຊື່ບັນຊີLAO RED CROSS LUANGPHABANG – PROVINCE RESCUE🚑ຕິດຕໍ່ເຂົ້າເບີ 071 1625