🙋ຂໍລາກ່ອນຄູອາສາສູ້ມາໄດ້5-6ສົກຮຽນ ຢາກໄປຕໍ່ກັບອາຊີບຄູທີ່ສຸດເພາະເປັນອາຊີບທີ່ມັກ,ຮັກມາແຕ່ນ້ອຍໆຄືຢາກເປັນຄູທີ່ບັນຈຸລັດຖະກອນມີເງີນເດືອນກິນ

#ຍ້ອນເຫັນພໍ່ແມ່ລຳບາກ🥹

🥹ແຕ່ຊິຮັກມັກໃນອາຊີບຄູຊໍ່າໄດພໍສູ້ມາຮອດຈຸດນີ້ແລ້ວຄືໄປຕໍ່ບໍ່ໄດ້…ເລີຍຕ້ອງໄດ້ລາອອກຫາເຮັດອັນໃໝ່ເພື່ອສ້າງລາຍໄດ້ໃຫ້ເຮົາ ເພາະທຸກອາຊີບເປົ້າໝາຍດຽວກັນຄືເງີນ

ທຸກມື້ນີ້ຕ້ອງໃຊ້ເງິນ…ຖ້າບໍ່ມີເງິນຄືຢູ່ຍາກແລ້ວ🥹
😭ແກ່ນຕ້ອງຂໍໂທດຄອບຄົວ ລຸງ,ປ້າ,ອ້າຍ,ເອື້ອງ,ພໍ່ແມ່ທຸກຄົນທີ່ສົ່ງເສີມເຮົາຮຽນຕາມຄວາມຝັນຈົນຈົບ,ໄດ້ເຂົ້າເປັນຄູອາສາເປັນເວລາ5-6ສົກຮຽນເພື່ອຫວັງຈະໄດ້ເຂົ້າລັດຖະກອນແຕ່ແກ່ນບໍ່ສາມາດໄປຕໍ່ຕາມຝັນນັ້ນໄດ້ຮອດຟັ່ງ,😭

🎉ແຕ່ແກ່ນຮູ້ສຶກຄຸ້ມຄ່າ ແລະ ມີຄວາມສຸກທີ່ສຸດທີ່ໄດ້ຖ່າຍຖອດວິຊາຮຽນອອກມາສອນໃຫ້ຫຼານນ້ອຍໄດ້ມີຄວາມສຸກ,ຮ້ອຍຍີ້ມ ແລະ ສຽງຫົວເປັນເວລາ5-6ສົກຮຽນ🥰

ນີ້ຄືສຸດຍອດຂອງຄວາມພູມໃຈທີ່ໄດ້ນຳມາໃຫ້ນ້ອງໆ🥰

#ແລະສຸດທ້າຍແກ່ນຕ້ອງຂອບໃຈຄອບຄົວທີ່ເຄົາລົບການຕັດສິນໃຈຂອງແກ່ນ…ສັນຍາຈະເຮັດທຸກຢ່າງໃຫ້ດີທີສຸດເພື່ອຄອບຄົວ👪🥹

🙏ຂອບໃຈຜູ້ໃຫຍ່,ຂອບໃຈຄູໃນໂຮງຮຽນທຸກທ່ານທີ່ໄດ້ຊ່ວຍບອກສອນ ແລະ ໄດ້ໃຫ້ປະສົບການດີໆຫຼາຍຢ່າງກັບຄູອາສາສະໝັກຄົນນີ້😊.

ຈະເກັບຄວາມຮູ້ສຶກດີໆນີ້ໄວ້ໃນໃຈຕະຫຼອດການ,🥰

#ໃນເມື່ອໄດ້ຕັດສິນໃຈແລ້ວແລ້ວກໍ່ຕ້ອງເດີນໜ້າຕໍ່ໄປບໍ່ວ່າຂ້າງຫນ້າຈະເຈີຫຍັງກໍ່ຕາມ😭✌️💪

#ຮັກທຸກຄົນເດີ,🥰🥰🥰
ທີ່ມາ
