ຍິນດີຕ້ອນຮັບ ໂຕໂນ້ ພາຄິນ ນັກຮ້ອງ, ນັກສະແດງ ຈາກ ປະເທດ ໄທ ເດີນທາງມາຢ້ຽມຍາມ ໂຮງຫມໍ ແຂວງຄຳມ່ວນ, ແຟນຄັບຖ້າຕ້ອນຮັບດ້ວຍຄວາມອົບອຸ່ນ.

ຢ່າງທີ່ເຮົາຮູ້ ໂຕໂນ້ ພາຄິນ ຕັ້ງໃຈຈະລອຍຂ້າມປະເທດຈາກຝັ່ງໄທມາຫາ ຝັ່ງ ສປປລາວ ແລະ ກັບໄທ ໂດຍເລືອກເອົາແມ່ນ້ຳຂອງ ເພື່ອຫາເງິນບໍລິຈາກທີ່ໄດ້ຮັບຈາກການລອຍນໍ້າຄັ້ງນີ້ ທັງໝົດມອບໃຫ້ໂຮງໝໍສອງຝັ່ງແມ່ນ້ຳຂອງ ທັງ ລາວ-ໄທ.

ວັດພຣະທາດ ສີໂຄດຕະບອງ ຍິນດີຕ້ອນຮັບພໍ່ອອກ ໂຕໂນ່ ພາຄິນ ຄຳວິໄລສັກ. ວັນເສົາ ທີ 22/10/2022. ໂຕໂນ່ ຈະລອຍນໍ້າຂອງ.

ເລີ້ມຈາກຝັ່ງນະຄອນພະນົມ ພະຍາສີສັດຕະນາຄາ ລ່ອງລົງມາຂື້ນທ່າວັດພຣະທາດ ສີໂຄດຕະບອງ ເພື່ອສັກກາຣະບູຊາພຣະທາດ ສີໂຄດ.

ຈຸດປະສົງເພື່ອລະດົມທຶນຊ່ວຍໂຮງໝໍ ແຂວງ ຄຳມ່ວນ. ເຊີ່ງຈຳນວນເງີນບໍລິຈາກແມ່ນປັດຈຸບັນທະລຸໄປແລ້ວ 36 ລ້ານບາດ.

ຂໍໃຫ້ປະສົບຜົນສຳເລັດ ມີໂຊກມີໄຊ ໃຫ້ຕະຫລອດປອດໄພ ຂໍໃຫ້ບຸນຄຸນພຣະຍາສີໂຄດ ຈົ່ງປົກປ້ອງຄຸ້ມຄອງລູກຫລານ ດ້ວຍເທີ້ນ.

ພໍ່ແມ່ປະຊາຊົນມາຕອນຮັບໂຕໂນ່.
ຊົມຄລີບ.