ອັບເດດ! 😢ອາດີດສາມີ ອອກມາໂພສ ກ່ຽວກັບເຫດການຄາຕະກໍາ ເຈ້ ວິ ຍັດໃສ່ກະເປົາຫີບ
ຈາກຄະດີປິດສະໜາ ວັນທີ 29 ກັນຍາ 2022 ເວລາ 11:00 ໂມງ ມີຄົນພົບສົບ ຍິງສາວ ຊາວລາວ ຖືກຄາດຕະກໍາຍັດໃສ່ກະເປົາຫີບ ຢູ່ແຄມນໍ້າຂອງ ຈັງຫວັດນະຄອນພະນົມ ປະເທດໄທ.
ທີ່ທາງການໄທ ສັນນະສູດແລ້ວວ່າ: ເປັນສົບຍິງສາວຄົນລາວ ຄາດວ່າ ເສຍຊີວິດມາແລ້ວ ຖືກຄາດຕະກໍາຢູ່ຝັ່ງລາວ ແຕ່ກະແສນໍ້າພັດໄປຝັ່ງໄທ.
ຜູ້ຖືກຍັດສົບ ແມ່ນ ຊື່ ນາງ ວິພາພອນ ປະທານບໍລິສັດ ແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ
ຜູ້ເສຍຊີວິດໄດ້ມີລູກນ້ອຍເພດຍິງໄວອາຍຸ 5 ປີຫຼັງຈາກ ແມ່ຂອງນ້ອງຖືກຄາດຕະກຳຢ່າງໂຫດຮ້າຍ ນ້ອງເອງກໍ່ຫາຍສາບສູນຍັງບໍ່ມີເບາະແສພົບເທື່ອ ຈົນປານນີ້ຍັງບໍ່ຮູ້ວ່າຊະຕາກຳເປັນແນວໃດ
ທາງສັງຄົມອອນລາຍໄດ້ກ່າວຫາວ່າ ນາງວິພາພອນ (ຜູ້ຖືກຄາດຕະກຳ) ມີຄວາມສຳພັນແບບລຶກເຊິ່ງກັບຜູ້ນຳ ລາວເຮົາ ມີຫາງສຽງວິພາກວິຈານໄປຕ່າງໆນານາໂດຍບໍ່ສາມາດສະຫຼຸບຄວາມຈິງໄດ້
ຫຼັງຈາກນັ້ນຄະດີຜ່ານໄປເກືອບ 2ອາທິດ ທາງການ ປກສ ຝ່າຍ ລາວ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບເພື່ອດໍາເນີນສືບຫາຄະດີນີ້ ແຕ່ປັດຈຸບັນຍັງບໍ່ມີການລາຍງານຄວາມຄືບໜ້າເທື່ອ.
ຫຼ້າສຸດວັນທີ 22/10/2022 ມີເຟສບຸກທ່ານໜຶ່ງ ຊື່ Asuue konsin ໄດ້ອອກມາໂພສກ່ຽວກັບຄວາມສໍາພັນລະຫວ່າງ ຄອບຄົວ ເຈ້ ວິ ກັບ ຜູ້ນຳລາວ ໂດຍມີເນື້ອໃນຂໍ້ຄວາມວ່າ:
“ຂ້າພະເຈົ້າ ອາຊື ກອນສິນ ອາດີດສາມີ ຂອງນາງ ວິພາພອນ ຂໍບອກຂ່າວຄວາມຈິງຂອງການພົວພັນລະຫວ່າງຄອບຄົວຂ້າພະເຈົ້າ ແລະ ຄອບຄົວທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ດັ່ງນີ້:
ຄອບຄົວຂ້າພະເຈົ້າມີການພົວພັນຮັກແພງກັນມາດົນນານ ໃນຖານະເປັນພໍ່ ເປັນແມ່ຮັກ ແລະ ລູກຮັກ ເພີ່ນມີແຕ່ສຶກສາອົບຮົມແນະນຳພວກຂ້າພະເຈົ້າແນວດີ ແນວຖືກຕ້ອງ ແນວຄວນ , ຫຼັງຈາກຂ້າພະເຈົ້າ ແລະ ນາງ ວິພາພອນໄດ້ຢ່າຮ້າງກັນໃນວັນທີ 08/04/2021 ພວກຂ້າພະເຈົ້າກໍຍັງຮັກແພງເຄົາລົບນັບຖືຄອບຄົວທ່ານນາຍົກຄືເກົ່າ.
ການທີ່ຫາງສຽງສັງຄົມກ່າວຫາຄອບຄົວຂ້າພະເຈົ້າໃນທາງບໍ່ດີ ບໍ່ສ້າງສັນນັ້ນ ແມ່ນບໍ່ມີຄວາມຈິງ ຂໍໃຫ້ສັງຄົມເຂົ້າໃຈຄວາມຈິງດັ່ງກ່າວມານີ້ດ້ວຍ.”
ຫຼັງຈາກໄດ້ໂພສລົງເຟສບຸກສ່ວນຕົວ ໄດ້ມີສັງຄົມກັບມາຖາມຫາຫຼາຍໆເຫດການອີກຄັ້ງເພື່ອຢາກໃຫ້ຄວາມຍຸດຕິທຳແຕ່ຜູ້ເສຍຊີວິດ ແລະ ຫຼານນ້ອຍທີ່ຫາຍໂຕໄປ .(ຄວາມຄືບໜ້າຕິດຕາມຕອນຕໍ່ໄປ ຂໍ້ເປັນກຳລັງໃຈໃຫ້ເຈົ້າໜ້າທີ່)
ສະເກັດຂ່າວ Hot News