ບໍ່ມີໃຜຢາກໃຫ້ເກີດ ລົງແຂ່ງຂັນໃຜກະຢາກຊະນະ ພວກນ້ອງເຮັດເຕັມທີ່ແລ້ວນັດນີ້! ປະມວນພາບການແຂ່ງຂັນບານເຕະນັດ WIG NAGA ຮຸ່ນອາຍຸ 10 ປີ ເສຍໃຫ້ກັບ ບາງກອກ ທົນບູຣີ ຫວຸດຫວິດ 0-1 ນັດ ໃນຮອບ 4 ທີມສຸດທ້າຍ ໃນຕອນເຊົ້າຂອງວັນທີ 23 ຕຸລາ 2022 ໃນການແຂ່ງຂັນບານເຕະລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊ້ມ.

.

ຈາກຜົນດັ່ງກ່າວ ເຮັດໃຫ້ຕ້ອງໄປຊີງອັນດັບ 3 ກັບ ເບຊິກ ໃນເວລາ 14:20 ໂມງ
ສ່ວນ ອີກ 1 ທີມຈາກລາວ ມາຊດ້າ ຢູ 8 ເຮັດໄດ້ເຂົ້າຮອບຊີງຊະນະເລີດ ໄປພົບກັບ ສະຫວັດດີບົວຣ ໃນເວລາ 13:00 ໂມງ.

.

.

.

.

ແລະຫຼ້າສຸດ U8 ຄວ້າແຊ້ມໄດ້ສຳເລັດ ຈາກການດວນຈຸດໂທດ ຊະນະທີມຈາກປະເທດໄທ
ນ້ອງໆ ທີມບານເຕະຊາຍ U8 ຈາກສະໂມສອນ Laos Mazda GB FC ຄວ້າແຊ້ມລາຍການ “SAT FOOTBALL THAILAND CHAMPIONSHIP 2022” ທີ່ ຊຽງຣາຍ ປະເທດ ໄທ ໂດຍຮອບຊິງ ເອົາຊະນະ ການດວນຈຸດໂທດ ທີມ ສະຫວັດປະວອນ ຈາກປະເທດໄທ 2-1 ຫລັງ ສະເໝີກັນ ໃນເກມ 2-2
ທີ່ມາ : ເສດຖະກິດການຄ້າ