🔥🔥ກະຊວງອຸດສາຫະກຳ ແລະ ການຄ້າ ປະກາດປັບຂຶ້ນລາຄາສິນຄ້າໃນຕະຫຼາດນະຄອນຫຼວງວຽງຈັນ !!!
ຄຽງຄູ່ກັບການປັບລາຄານ້ໍາມັນເຊື້ອໄຟເມື່ອບໍ່ດົນມານີ້, ກະຊວງ ອຸດສາຫະກໍາ ແລະ ການຄ້າ ຍັງໄດ້ມີການປັບຂຶ້ນລາຄາສິນຄ້າໃນຕະຫຼາດ 4 ຕົວເມືອງຂອງນະຄອນຫຼວງວຽງຈັນ ເຊິ່ງປະກອບມີເຂົ້າສານຫນຽວ ປະເພດ1, ເຂົ້າສານຈ້າວປະເພດ1, ຊີ້ນງົວປະເພດ1ຊີ້ນກ້ອນ,ຊີ້ນຫມູ ປະເພດ1ຊີ້ນກ້ອນ, ໄກ່ລາດປອກ (ໄກ່ທີ່ຄົວແລ້ວ), ປານິນ, ໄຂ່ໄກ່ເບີ 0) ແລະ ແກ໊ສຫຸງຕົ້ມ.
ການປັບລາຄາຄັ້ງນີ້ຈະກໍານົດສະເພາະ 4 ເມືອງໃນນະຄອນຫຼວງວຽງຈັນ ໄດ້ແກ່: ເມືອງ ໄຊເສດຖາ, ເມືອງ ສີສັດຕະນາກ, ເມືອງ ສີໂຄຕະບອງ ແລະ ເມືອງ ຈັນທະບູລີ ໂດຍຈະປັບລາຄາເຂົ້າສານຫນຽວເປັນ 13.000ກີບຕໍ່ກິໂລ ໃນເມືອງ ໄຊເສດຖາ, ເມືອງ ສີສັດຕະນາກ ແລະ ເມືອງ ຈັນທະບູລີ, ສ່ວນໃນເມືອງ ສີໂຄດຕະບອງຈະປັບຂຶ້ນເປັນ 14.000ກີບຕໍ່ກິໂລ.
ສໍາລັບເຂົ້າສານຈ້າວ ໃນຕະຫຼາດເມືອງສີສັດຕະນາກ ແລະ ສີໂຄດ ຕະບອງ ແມ່ນຂາຍໃນລາຄາ 14,000 ກີບຕໍ່ກິໂລ, ເມືອງໄຊເສດຖາ 14,166 ກີບຕໍ່ກິໂລ ແລະ ເມືອງຈັນທະບູລີ ແມ່ນຂາຍໃນລາຄາ 13,000 ກີບຕໍ່ກິໂລ.
ໃນສ່ວນຂອງຊີ້ນງົວປະເພດ1ຊີ້ນກ້ອນແມ່ນໃນຕະຫຼາດ ເມືອງ ໄຊເສດ ຖາ ແມ່ນຂາຍໃນລາຄາ 90.000ກີບຕໍ່ກິໂລ. ໃນຕະຫຼາດ ເມືອງ ສີໂຄດ ຕະບອງ ແມ່ນ 100.000 ກີບຕໍ່ກິໂລ, ສ່ວນເມືອງ ສີສັດຕະນາກ ແລະ ເມືອງຈັນທະບູລີ ແມ່ນຂາຍຢູ່ທີ່ 95.000ກີບຕໍ່ກິໂລ.
ຕະຫຼາດໃນເມືອງສີສັດຕະນາກ ແລະ ໄຊເສດຖາ ແມ່ນຂາຍຫມູຊີ້ນຫມູ ປະເພດ1ຊີ້ນກ້ອນ ຂາຍໃນລາຄາ 60,000 ກີບຕໍ່ກິໂລ, ໃນຂະນະທີ່ ຕະຫຼາດໃນເມືອງ ສີໂຄດຕະບອງ ແລະ ຈັນທະບູລີ ໄລ່ລາຄາ 65,000 ກີບຕໍ່ກິໂລ.
ໄກ່ລາດປອກ (ໄກ່ທີ່ຄົວແລ້ວ) ຕະຫຼາດໃນເມືອງສີສັດຕະນາກ ແລະ ສີ ໂຄດຕະບອງ ຈະຂາຍໃນລາຄາ 60.000 ກີບຕໍ່ກິໂລ, ເມືອງໄຊເສດຖາ ແມ່ນ 65.000 ກີບ ແລະ ເມືອງຈັນທະບູລີ 50.000 ກີບຕໍ່ກິໂລ.
ສໍາລັບ ປານິນ ໃນເມືອງສີສັດຕະນາກ ແລະ ເມືອງຈັນທະບູລີ ຈະຂາຍຢູ່ ທີ່ 33.000 ກີບ/ກິໂລ. ຢູ່ເມືອງໄຊເສດຖາ ແລະ ສີໂຄດຕະບອງ ແມ່ນຢູ່ ທີ່ 32.000 ກີບຕໍ່ກິໂລ.ສ່ວນໄຂ່ທີ່ວາງຂາຍຢູ່ເມືອງສີສັດຕະນາກ ຂາຍ ແມ່ນ2,500 ກີບຕໍ່ຫນ່ວຍ, ໃນຂະນະທີໄຂ່ທີ່ວາງຂາຍຢູ່ເມືອງອື່ນໆແມ່ນ 2,000 ກີບຕໍ່ຫນ່ວຍ.
ສ່ວນແກ໊ສຫຸງຕົ້ມ ແມ່ນຢູ່ໃນລະດັບ 270.000ກີບຕໍ່ຖັງ ໃນເມືອງ ສີໂຄດ ຕະບອງ, 275.000ກີບຕໍ່ຖັງ ໃນເມືອງ ສີສັດຕະນາກ, 280.000ກີບ ໃນ ເມືອງໄຊເສດຖາ ແລະ 310.000ກີບຕໍ່ຖັງ ໃນເມືອງ ຈັນທະບູລີ.
ຢ່າງໃດກໍຕາມ ລາຄາສິນຄ້າຕ່າງຍັງຈະສືບຕໍ່ເພີ່ມສູງຂຶ້ນໃນຕະຫຼອດປີນີ້ ເນື່ອງຈາກ ລາຄານ້ໍາມັນ ແລະ ລາຄາປຸຍ ທີ່ເພີ່ມຂຶ້ນສູງໃນຕະຫຼາດໂລກ.
ຕັ້ງແຕ່ຕົ້ນລະດູຝົນທີ່ຜ່ານມາ ເຊິ່ງສົ່ງຜົນໃຫ້ຊາວກະສິກອນປູກເຂົ້າຈໍ ່ ນວນຫນຶ່ງປະຖິ້ມການປູກພືດ.
ທີ່ມາ: ວຽງຈັນທາຍ