ຂັບ D-Max ທະລຸກຳແພງ.

ຂັບ D-Max ທະລຸກຳແພງ.

ລົດກະບະ D-Max ຜູ້ຂັບຂີ່ໃນສະພາບມືນເມົາ ຂັບມາຕຳກຳແພງ ເຮືອນປະຊາຊົນ ຢູ່ 3 ແຍກອາມອນ- ລັດໄປທາງຊຳເຄ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຜູ້ຂັບຂີ່ ແລະ ເຈົ້າຂອງເຮືອນປອດໄພ.

ຈຸດຕຳ ເປັນເສັ້ນທາງ 3 ແຍກ ຖ້າລ້ຽວຂວາແມ່ນອອກໄປທາງບ້ານຊ້າເຄ້- ໂຊກນ້ອຍ, ຢູ່ ມູມ 3 ແຍກ ຈະມີເຮືອນ ວິນລາ 1 ຫລັງ, ຖ້າຜູ້ຂັບຂີ່ບໍ່ລຶ້ງເສັ້ນທາງ ແລະ ຂັບລົດເພີນໆ ຕ້ອງຕຳກຳແພງເຮືອນຫລັງດັ່ງກ່າວ.

ເຊິ່ງ ເຫດການດັ່ງກ່າວນີ້, ເກີດຂຶ້ນຕອນເຊົ້າມືດຂອງວັນທີ 24/10/2022

ຜ່ານມາ ມີລົດຫລາຍຄັນຕຳທະລຸເຂົ້າຮອດເຮືອນຫລາຍຄັ້ງ ເຈົ້າຂອງເຮືອນຫນຶ່ງເຮັດກຳແພງ ແລະ ຕິດແຜ່ນສະທ້ອນແສງ ແຕ່ບໍ່ສາມາດປ້ອງກັນໄດ້ ແລະ ບໍລິເວນ 3 ແຍກດັ່ງກ່າວ ບໍ່ມີແສງສະຫວ່າງພຽງພໍ? ແລະ ເຮືອນຫລັງດັ່ງກ່າວ ເຈົ້າຂອງເຮືອນ ອາດຍ້າຍໄປຢູ່ບ່ອນໃຫມ່ແລ້ວ.

Related Posts

Leave a Reply

Your email address will not be published. Required fields are marked *