ປກສ ນວ ຜ່ານແຜນປ້ອງກັນ ງານບຸນນະມັດສະການພຣະທາດຫຼວງວຽງຈັນ

ປກສ ນວ ຜ່ານແຜນປ້ອງກັນ ງານບຸນນະມັດສະການພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈໍາປີ ພສ 2565

———————————————————————

ວັນທີ 26 ຕຸລາ 2022, ກອງບັນຊາການ ປກສ ນວ ໄດ້ຈັດກອງປະຊຸມຜ່ານແຜນປ້ອງກັນ ງານບຸນນະມັດສະການ ພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ໃນວັນທີ 4-8 ພະຈິກ 2022,

ໂດຍການເປັນປະທານຂອງ ພຈົວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ພັທ ຄໍາໂກ້ ປະທັບໃຈ ຫົວໜ້າພະແນກຄົ້ນຄວ້າສັງລວມ ຫ້ອງການ ກອງບັນຊາການ ປກສ ນວ ໄດ້ຜ່ານແຜນປ້ອງກັນ ງານບຸນນະມັດສະການພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ໃນວັນທີ 4-8 ພະຈິກ 2022.

ໃນນີ້ ໄດ້ແບ່ງກໍາລັງອອກເປັນ 2 ຈຸດ ຄື ວົງນອກ ແລະ ວົງໃນ, ເຊິ່ງຈະໄດ້ຈັດວາງກໍາລັງເຂົ້າປະຈໍາຈຸດ ໃນວັນທີ 4-8 ພະຈິກ 2022 ເຮັດໜ້າທີ່ປ້ອງກັນ ແລະ ອໍານວຍຄວາມສະດວກສະບາຍໃຫ້ການນໍາພັກ-ລັດ, ແຂກ ແລະ ປະຊາຊົນທີ່ເຂົ້າມາທ່ຽວຊົມງານ ເພື່ອຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວ ທັງຮັບປະກັນຄວາມສະຫງົບ-ປອດໄພ.

ຕອນທ້າຍກອງປະຊຸມ ພຈົວ ປອ ບົວພັນ ໃຫ້ທິດຊີ້ນໍາ ເຊິ່ງມີເນື້ອໃນສຳຄັນບາງຕອນວ່າ: ໃຫ້ເຈົ້າໜ້າທີ່ທຸກພາກສ່ວນ ປະຕິບັດໂມງເວລາ ໃນການເຂົ້າປະຕິບັດໜ້າທີ່ ກໍຄືເຂົ້າປະຈໍາຈຸດທີ່ຕົນຖືກຮັບຜິດຊອບຢ່າງເຂັ້ມງວດ ເພີ່ມທະວີຂອດປະສານງານກັນ ໃຫ້ມີຄວາມຮັດກຸມ,

ກົມກຽວ, ຄະນະບັນຊາແຕ່ລະຈຸດ ຕ້ອງລົງໃກ້ຊິດຕິດແທດກັບພະນັກງານ-ນັກຮົບປະຈໍາຢູ່ຈຸດນັ້ນໆ ແລະ ພາຍໃນຄະນະຕ້ອງມີການປຶກສາຫາລືກັນ ແລະ ຈຸດເຂົ້າ-ອອກງານບຸນ, ເຈົ້າໜ້າທີ່ ຕ້ອງເຂັ້ມງວດໃນການກວດກາ ເພື່ອບໍ່ໃຫ້ກຸ່ມຄົນບໍ່ຫວັງດີ ນໍາສິ່ງຂອງຕ້ອງຫ້າມເຂົ້າມາໃນງານ, ມອບໃຫ້ບັນດາ ປກສ ເມືອງ ນໍາເອົາແຈ້ງການໄປເຜີຍແຜ່ໃຫ້ ປກສ ກຸ່ມ, ປກສ ບ້ານ ຕະຫຼອດຮອດປະຊາຊົນ ເປັນເຈົ້າການປ້ອງກັນ ເພື່ອສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆອາດຈະເກີດຂຶ້ນ ພ້ອມທັງເອົາໃຈໃສ່ກວດກາຄົນເຂົ້າ-ອອກພາຍໃນບ້ານ, ກໍາໃຫ້ໄດ້ສະພາບການຕ່າງໆ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ສໍາລັບວຽກງານຈາລະຈອນ ໃຫ້ເຂັ້ມງວດໃນການລະບາຍການສັນຈອນ ພ້ອມທັງກະກຽມກໍາລັງສໍາຮອງໄວ້ ໃນກໍລະນີສຸກເສີນ ເພື່ອເຮັດໃຫ້ງານບຸນຄັ້ງນີ້ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂຶ້ນກວ່າເກົ່າ ທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວ.

ແຫຼ່ງຂ່າວຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

Related Posts

Leave a Reply

Your email address will not be published. Required fields are marked *