ຈັບແກ້ງພໍ່ຄ້າຢາເສບຕິດ !!!

ປກສ ເມືອງທ່າແຂກ ມ້າງຂະບວນການຄ້າຂາຍຢາເສບຕິດ 5 ຄົນ ພ້ອມຄັນຊາ 722 ກິໂລກຼາມ ກ່ອນສົ່ງຂ້າມນໍ້າຂອງ

ໃນລະຫວ່າງວັນທີ 06-07 ສິງຫາ 2022 ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ສືບຮູ້ແຫຼ່ງຂ່າວ ວ່າມີຜູ້ຕ້ອງສົງໃສ ທີ່ພົວພັນຄ້າ-ຂາຍຢາເສບຕິດ ຢູ່ບ້ານ ດອນປາແດກ ແລະ ບ້ານ ນາມັນປາ ເມືອງ ໜອງບົກ ແຂວງຄຳມ່ວນ. ດັ່ງນັ້ນທາງເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງທ່າແຂກ ຈຶ່ງໄດ້ຈັດກຳລັງລົງຕິດຕາມກວດກາ ເຂົ້າກວດຄົ້ນເຮືອນຂອງຜູ້ຕ້ອງສົງໃສ ສາມາດກັກຕົວຜູ້ຕ້ອງສົງໃສໄດ້ 02 ຄົນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຈຶ່ງຮູ້ວ່າ: ຜູ້ຕ້ອງສົງໃສຜູ້ທີ່ໜຶ່ງຊື້ ທ້າວ ເພັດທະນຸສິນ ພົມອານຸສອນ ອາຍຸ 35 ປີ, ເປັນປະຊາຊົນຢູ່ບ້ານ ດອນປາແດກ ແລະ ທ້າວ ເຢັ້ງ ນ້ອຍໃສ ຫຼືທ້າວ (ສີ) ອາຍຸ 37 ປີ, ເປັນປະຊາຊົນຢູ່ບ້ານ ນາມັນປາ ທັງສອງແມ່ນຢູ່ ເມືອງໜອງບົກ ແຂວງຄຳມ່ວນ. ພວກກ່ຽວທັງສອງຍອມຮັບສາລະພາບວ່າ: ໄດ້ມີການພົວພັນ,ຊື້-ຂາຍ ແລະ ຂົນສົ່ງສິ່ງເສບຕິດປະເພດຄັນຊາອັດແທ໋ງ ເພື່ອສົ່ງຂາຍ ໃຫ້ເຖົ່າແກ່ປະເທດເພື່ອນບ້ານໃກ້ຄຽງທີ່ເຄີຍຊື້-ຂາຍຮ່ວມກັນມາແລ້ວຫຼາຍຄັ້ງ. ນອກນັ້ນຜູ້ຖືກຫາທັງສອງຍັງໄດ້ຊັກທອດເຖິງຜູ້ຮ່ວມຂະບວນການເພີ່ມອີກ 3 ຄົນ. ຊື່ທ້າວ ເຊັ້ງ ຊົ່ງ ອາຍຸ 33 ປີ, ເປັນປະຊາຊົນຢູ່ບ້ານໜອງຊົງ, ທ້າວ ເຊີນ ວັນດາລາ ອາຍຸ 32 ປີ, ເປັນປະຊາຊົນ ຢູ່ບ້ານໂພນແພງ ແລະ ພູສິດ ອິນທະວົງຫຼື (ທ້າວຊຽງນາງ) ອາຍຸ 35 ປີ, ເປັນປະຊາຊົນ ຢູ່ບ້ານໜອງປ໋ອງ ທັງສາມແມ່ນຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ.

ພາຍຫຼັງທາງເຈົ້າໜ້າທີ່ຕຳຫຼວດໄດ້ຮູ້ຂໍ້ມູນດັ່ງກ່າວແລ້ວ ຈຶ່ງໄດ້ຈັດຕັ້ງກຳລັງລົງຕິດຕາມການເຄື່ອນໄຫວຂອງພວກກ່ຽວທັງ 3 ແລະ ໄດ້ເຂົ້າກັກຕົວຜູ້ຖືກຫາທັງ 3 ຄົນ ທີ່ກຳລັງນັດສົ່ງສິ່ງເສບຕິດ ຢູ່ທີ່ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ ຢູ່ແຄມທາງ ເລກທີ 13ໃຕ້. ສາມາດຢຶດຂອງກາງໄດ້ປະເພດຄັນຊາອັດແທ່ງ ຈຳນວນ 722 ກິໂລກຼາມ ແລະ ລົດກະບະລີໂວ້ 2 ຄັນ,ລົດກະບະວີໂກ້ 1 ຄັນ ມາດຳເນີນຄະດີຕາມລະບຽບກົດໝາຍ
