ຈັບຕົວຜູ້ລັກ ຄວາຍ ແລະ ງົວ

ຈັບຕົວຜູ້ລັກ ຄວາຍ ແລະ ງົວ

ເຈົ້າຫນ້າທີ່ ປກສ ເມືອງໂພນໂຮງ ແຂວງວຽງຈັນ ກັກຕົວທ້າວ ຢົວໄທຢ່າງ ອາຍຸ 52 ປີ ຢູ່ບ້ານໂພນຄໍາໃຕ້ ເມືອງໂພນໂຮງ ທີ່ເຄື່ອນໄຫວລັກຄວາຍ ແລະ ງົວ ປະຊາຊົນ ຫລາຍຄັ້ງ ຈຳນວນຫລາຍໂຕ.

ທ້າວ ຢົວໄທຢ່າງ ໄດ້ຮັບສາລະພາບວ່າ: ລັກເອົາຄວາຍແມ່ດ່ອນ ຢູ່ບ້ານນາເພີຍ ເມືອງທຸລະຄົມ 1 ໂຕ ໄປຂາຍ 4.000.000 ກີບ, ໃນຄັ້ງວັນທີ 5 ກຸມພາ 2022 ໄດ້ໄປລັກງົວເພດແມ່ສີແດງ ຢູ່ບ້ານນາເລົາ ເມືອງໂພນໂຮງ 1 ໂຕ ຂາຍ2.000.000 ກີບ, ລັກງົວແມ່ສີເຫຼືອງ 1 ໂຕ ຢູ່ບ້ານໂພນຄຳເໜືອ ລາຄາ 1.800.000 ກີບ.

ໃນນຄັ້ງວັນທີ 20 ພຶດສະພາ 2022 ລັກງົວເຖີກສີຂາວເຫຼືອງ ຢູ່ບ້ານໂຮງເລື່ອຍ ເມືອງໂພນໂຮງ 1 ໂຕ ແລ້ວໄປລັກເອົາອີກ 1 ໂຕ ຢູ່ຂອບເຂດບ້ານໂພນຄໍາເໜືອ ເມືອງໂພນໂຮງ ຂາຍ 6.000.000 ກີບ.

ໃນຄັ້ງວັນທີ 25 ພຶດສະພາ 2022 ເຈົ້າຫນ້າທີ່ກັກລົດແກ່ ຄວາຍ ງົວ ແມ່ນໄດ້ເຂົ້າໄປທາງດ່ວນ ເປັນລົດ ທ້າວ ຢົວໄທຢ່າງ, ຕົກມາຮອດວັນທີ 24 ພຶດສະພາ 2022 ເຈົ້າໜ້າທີ່ຕໍາຫຼວດຈິ່ງຈັບຕົວ.

ປກສ ແຂວງວຽງຈັນ: ຈັນດາລາ

Related Posts

Leave a Reply

Your email address will not be published. Required fields are marked *