ພົບຮ່າງໜຸ່ມປ່ອຍເງິນກູ້ດັບຄາປ່າກ້ວຍ ຍາດເຜີຍຄຽດເກັບດອກເບ້ຍລູກໜີ້ບໍ່ໄດ້
ຕຳຫຼວດ ( ໃນປະເທດເພື່ອນບ້ານ) ໄດ້ຮັບແຈ້ງເຫດພົບຜູ້ຖືກຍິງເສຍຊີວິດ ໃນປ່າກ້ວຍຂ້າງຂົວ ຈຶ່ງໄປກວດສອບບ່ອນເກີດເຫດພົບຮ່າງຜູ້ເສຍຊີວິດໃສ່ເສື້ອຍືດສີນ້ຳເງິນ ໂສ້ງຂາສັ້ນສີດຳ ນັ່ງເທີ້ງເສົາຂ້າງໃນປ່າກ້ວຍ ຮູ້ຊື່ຄື ທ້າວ ຣັນຢູ ອາຍຸ 25ປີ ໃກ້ກັນພົບອາວຸດປືນຕົກຢູ່.

.

ເຈົ້າໜ້າທີ່ຈຶ່ງເກັບໄວ້ເປັນຫຼັກຖານ ກ່ອນເຄື່ອນຍ້າຍຮ່າງຜູ້ເສຍຊີວິດອກມານອກ ເພື່ອຊັນນະສູດໃນເບື້ອຕົ້ນ ກ່ອນໃຫ້ເຈົ້າໜ້າທີ່ກູ້ໄພນຳຮ່າງສົ່ງຕໍ່ນິຕິເວດເພື່ອໃຫ້ແພດຊັນນະສູດຢ່າງລະອຽດອີກຄັ້ງ
ສອບຖາມທ້າວ ຊູກິດ ອາຍຸ 50ປີ ພໍ່ຜູ້ເສຍຊີວິດຮູ້ວ່າ ຜູ້ເສຍຊີວິດມີອາການຄຽດມາຫຼາຍມື້ແລ້ວ ເກັບຕົວມິດ ຈົນກະທັ່ງຕົນເອງກັບມາບ້ານ ກໍ່ບໍ່ພົບລູກຊາຍແລ້ວ ໂທລະສັບກໍບໍ່ຮັບຈຶ່ງອອກຍ່າງຕາມຫາແຖວບ້ານກໍບໍ່ພົບ.

ຈົນກະທັ່ງຊ່ວງແລງມີເດັກນັກຮຽນຍ່າງຜ່ານປ່າກ້ວຍ ແລ້ວໄປພົບລູກຊາຍຕົນເອງຈຶ່ງຮີບແລ່ນມາບອກຮ້ານຄ້າ ຕົນເອງຈຶ່ງຮີບໄປເບິ່ງພົບວ່າຜູ້ເສຍຊີວິດນັ້ນເປັນລູກຊາຍຕົນເອງ ສ່ວນປືນທີ່ພົບນັ້ນກໍເປັນປືນຂອງລູກຊາຍ.

ເບື້ອງຕົ້ນຈາກການສອບຖາມຍາດພີ່ນ້ອງຮູ້ວ່າຜູ້ເສຍຊີວິກມີອາຊີບລ້ຽງໄກ່ຊົນ ແລະ ອອກເງິນກູ້ ເຄີຍຈົ່ມກັບພັນລະຍາວ່າບໍ່ສາມາດເກັບດອກເບ້ຍເງິນກູ້ທີ່ລູກໜີ້ກູ້ໄປໄດ້.
ຈຶ່ງເກີດອາການຄຽດມາຫຼາຍມື້ ແລະຫາຍຕົວໄປກ່ອນທີ່ຍາດຈະພົບວ່າເສຍຊີວິດແລ້ວແລະເບື້ອງຕົ້ນບໍ່ພົບຄວາມຜິດປົກກະຕິຂອງການເສຍຊີວິດໃນທີ່ເກີດເຫດ.