ໜຸ່ມຫຼໍ່ພົບຮັກທາງເຟສ ນັດພົບສາວຄັ້ງທຳອິດພໍເຫັນໂຕຈິງແລ້ວຜິດຫວັງ ບໍ່ຕົງປົກ

ໜຸ່ມຫຼໍ່ພົບຮັກທາງເຟສ ນັດພົບສາວຄັ້ງທຳອິດພໍເຫັນໂຕຈິງແລ້ວຜິດຫວັງ.

ຮຽກໄດ້ວ່າເປັນອີກໜຶ່ງເລື່ອງລາວທີ່ໜ້າເຫັນໃຈຫຼາຍ ເມື່ອເວັບໄຊຕ່າງປະເທດລາຍງານວ່າ ໜຸ່ມຫຼໍ່ຊາວຈີນ ທ່ານໜຶ່ງໄດ້ພົບຮັກອອນລາຍກັບສາວໃນເຟສບຸກກວ່າ 3ເດືອນ ກ່ອນຕັດສິນໃຈນັດພົບຄັ້ງທຳອິດ ເຊິ່ງເຂົາໄດ້ແຕ່ງຕົວຈັດເຕັມແລະຫອບດອກໄມ້ຊໍ່ໃຫຍ່ໄປຫາ ແຕ່ງານນີ້ເຖິງກັບຜິດຫວັງ.

ໂດຍລາຍງານລະບຸວ່າ ເຂົາໄດ້ນັດພົບກັບຍິງສາວທ່ານດັ່ງກ່າວດ້ວຍຄວາມຕື່ນເຕັ້ນ ແລະກຽມສ້າງຄວາມປະທັບໃຈແກ່ຍິງສາວ.

ດ້ວຍການແຕ່ງຕົວຫຼໍ່ຈັດເຕັມແລະຊື້ດອກໄມ້ຊໍ່ໃຫຍ່ໄປໃຫ້ ແຕ່ເມື່ອຮອດຈຸດນັດພົບເຂົາກັບບໍ່ເຫັນລາວແຕ່ຢ່າງໃດ ຈຶ່ງໄດ້ໂທຖາມວ່າ “ ເຈົ້າຢູ່ໃສແລ້ວ?” ເຊິ່ງລາວຕອບກັບມາວ່າ “ ຖ້າຢູ່ຈຸດຂາຍປີ້ດົນແລ້ວ”

ແຕ່ວ່າເຂົາກໍ່ຍັງບໍ່ພົບ ຈຶ່ງຖາມວ່າ “ເຈົ້າໃສ່ຊຸດສີຫຍັງ?” ເຊິ່ງຍິງສາວຕອບວ່າເສື້ອສີມ່ວງ ແລະເມື່ອຊາຍໜຸ່ມຫັນໄປເບິ່ງບໍລິເວນນັ້ນ ເຂົາເຖິງກັບຜິດຫວັງທັນທີ.

ເພາະຍິງສາວໃສ່ເສື້ອສີມ່ວງທີ່ຢືນຢູນັ້ນ ສະພາບຂອງລາວແຕກຕ່າງຈາກພາບທີ່ເຂົາເຫັນຜ່ານໂລກອອນລາຍຢ່າງສິ້ນເຊີງ ງານນີ້ເຮັດໃຫ້ຊາຍໜຸ່ມອຶດອັດໃຈແລະຄິດໜັກ ວ່າເຂົາຄວນເຮັດແນວໃດດີ ກ່ອນຄຣິບຈະຕັດຈົບລົງໄປ.

Related Posts

Leave a Reply

Your email address will not be published. Required fields are marked *