ສະຫນາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

👏 ປັດຈຸບັນການກໍ່ສ້າງສະຫນາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຄວາມຄືບຫນ້າໄປແລ້ວ 86% ຄາດການວ່າຈະກໍ່ສ້າງໃຫ້ສໍາເລັດສົມບູນໃຫ້ໄດ້ ພາຍໃນປີ 2023 ທີ່ຈະມາຮອດນີ້ !!!

ສະຫນາມບິນສາກົນບໍ່ ແກ້ວມີມູນຄ່າການກໍ່ສ້າງທັງຫມົດ 175 ລ້ານໂດລາ ສະຫະລັດ.

ໃນເນື້ອທີ່ 300 ເຮັກຕາ ສາມາດຮອງຮັບຜູ້ໂດຍສານໄດ້ສູງສຸດປະມານ 1.500.000 ຄົນ ຫາ 2.000.000 ຄົນຕໍ່ປີ.

ເມື່ອໂຄງການນີ້ກໍ່ສ້າງສໍາເລັດສົມບູນ ຈະ ຊ່ວຍຊຸກຍູ້ໃຫ້ວຽກງານດ້ານການ ຂົນສົງ ຄົມມະນາຄົມທາງອາກາດ ພາຍໃນແຂວງບໍ່ແກ້ວ.

ກໍຄືລາວກັບບັນດາປະເທດໃກ້ຄຽງ ມີຄວາມເຂັ້ມ ແຂງ ທັງສາມາດເຊື່ອມໂຍງກັບສາກົນໄດ້ເປັນຢ່າງດີ ແລະ ຍັງສາມາດສ້າງ

ເງື່ອນໄຂອໍານວຍຄວາມສະດວກ ດ້ານການລົງທຶນ ການທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໃນຕໍ່ຫນ້າ.

ທີ່ມາ: ວຽງຈັນທາຍ

Related Posts

Leave a Reply

Your email address will not be published. Required fields are marked *