ສະຫຼົດ ເຫດຂົວອູ່ຂາດທີ່ອິນເດຍ ເສຍຊີວິດຢ່າງຫນ້ອຍ 100 ຄົນແລ້ວ

ເຫດເກີດໃນເຊົ້າມື້ນີ້ວັນທີ 31 ຕຸລາ 2022 ອີງຕາມການລາຍງານເລົ່າວ່າ ໄດ້ເກີດເຫດຂົວອູ່ຂາດຢູ່ລັດຄຸຊລາດທີ່ຢູ່ທາງທິດຕາ ເວັນຕົກຂອງອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງຫນ້ອຍ 60 ຄົນ.

ທີ່ເກີດເຫດມີຫລາຍຮ້ອຍຄົນຕົກລົງແມ່ນໍ້າມັກຊູ ແລະ ຄາດວ່າຜູ້ເສຍຊີວິດອາດເພີ່ມຂຶ້ນເຖີງ 400 ຄົນ. ເຫດການຄັ້ງນີ້ເກີດຂຶ້ນບໍ່ດົນຫລັງຈາກເປີດນໍາໃຊ້ຂົວດັ່ງກ່າວຄືນໃຫມ່ພາຍຫລັງສໍາເລັດການສ້ອມແປງຄືນໃຫມ່ ເນື່ອງຈາກສ້າງຂຶ້ນແຕ່ສະຕະວັດທີ 19.

ສ່ວນສາເຫດການຂາດຂອງຂົວອູ່ຄັ້ງນີ້ ແມ່ນພວມຢູ່ໃນຂັ້ນຕອນສອບສວນ.

ຊົມຄລິບ.

Related Posts

Leave a Reply

Your email address will not be published. Required fields are marked *