ຍ້ອນໃຈມັກ! ຈາກບໍຮູ້ຈັກຫຍັງ ກາຍເປັນເຈົ້າຂອງຟາມໝູ ສ້າງລາຍໄດ້ເດືອນ 50-60 ລ້ານກວ່າກີບ

ຄົນເຮົາມີເວລາໃນການໃຊ້ຊີວິດເທົ່າໆກັນຄື 24 ຊົ່ວໂມງໃນແຕ່ລະວັນ ແຕ່ຂຶ້ນກັບວ່າຈະໃຊ້ເວລາທີ່ທຸກຄົນມີຢູ່ເຮັດຫຍັງໃຫ້ເກີດໝາກອອກຜົນ ມີຄວາມສຸກ ມີລາຍໄດ້ຄືກັນກັບຄອບຄົວນີ້ ເພິ່ນເປັນພະນັກງານລັດ ມີວຽກປະຈຳ ແຕ່ຈັດແບ່ງເວລາຫຼັງ 8 ຊົ່ວໂມງທີ່ຕ້ອງເຮັດວຽກປະຈຳມາລ້ຽງສັດ ເຊິ່ງເລີ່ມຈາກສອງມືເປົ່າ.

ບຸກຄົນທີ່ກຳລັງກ່າວເຖິງນີ້ຄື ທ່ານ ເອກະພົດ ຄູນພັກດີີ ອາຍຸ 39 ປີ, ຢູ່ບ້ານຫີນບູນໃຕ້ ເມືອງຫີນບູນ ແຂວງຄຳມ່ວນ ເຊິ່ງເປັນພະນັກງານລັດ ປະຈຳຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫີນບູນ ທັງເປັນເລຂາໜ່ວຍຊາວໜຸ່ມຂອງຫ້ອງການ ແມ່ນຜູ້ໜຶ່ງທີ່ປະສົບຜົນສຳເລັດໃນການລ້ຽງໝູ ເຊິ່ງເກີດຈາກໃຈມັກ ແລະຕັດສິນໃຈແນ່ວແນ່ລອງຜິດລອງຖືກມາຈົນທຸກວັນນີ້ມີລາຍຮັບຕໍ່ເດືອນບໍ່ຕ່ຳກວ່າ 50 ລ້ານກີບ.

ເຊິ່ງໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນຜ່ານມານີ້ວ່າ: ການລ້ຽງໝູ ແມ່ນໄດ້ມີຄວາມຄິດລິເລີ່ມມາຈາກການສ້າງວຽກງານ 4 ບຸກ ຂອງວຽກງານຊາວໜຸ່ມ ໂດຍສະເພາະແມ່ນວຽກງານທາງດ້ານການປູກ, ການລ້ຽງ ທຳການຜະລິດໃຫ້ເປັນສະບຽງອາຫານ ແລະ ກາຍເປັນສິນຄ້າ. ໃນປີ 2017 ແມ່ນໄດ້ເລີ່ມລົງທຶນເຮັດຄອກ ໃນຂະໜາດ 4×6 ຈຳນວນ 3 ຄອກ ແລະ ໄດ້ນຳໝູມາລ້ຽງຈຳນວນ 10 ໂຕໃນເດືອນທຳອິດ, ເດືອນທີ 2 ແລະ ເດືອນທີ 3 ກໍ່ໄດ້ສັ່ງຊື້ໝູເຂົ້າມາເພີ່ມອີກເດືອນລະ 10 ໂຕ ລວມເປັນ 30 ໂຕ ແລະ ໃນ 3 ເດືອນຕໍ່ມາ ກໍ່ໄດ້ເລີ່ມຈໍາໜ່າຍອອກ.

ການຈຳໜ່າຍໝູໃນຊຸດທຳອິດແມ່ນມີກຳໄລບໍ່ຫຼາຍ ຍ້ອນວ່າຕົນເອງຍັງມີຄວາມຮູ້ທາງດ້ານເຕັກນິກການລ້ຽງ, ການດູແລຮັກສາບໍ່ສູງ ແຕ່ດ້ວຍຄວາມມັກຮັກໃນອາຊີບ ຈຶ່ງຕັດສິນໃຈສູ້ຊົນ ແລະ ພະຍາຍາມສູງ ດ້ວຍການລ້ຽງໄປພ້ອມໆກັບການສຶກສາຈາກຕຳລາ ແລະ ຖອດຖອນບົດຮຽນຈາກຜູ້ທີ່ເຄີຍລ້ຽງມາກ່ອນ ບວກກັບການລົງຊຸກຍູ້ສົ່ງເສີມທາງດ້ານເຕັກນິກວິຊາການຈາກຂະແໜງການຂອງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງ ຈຶ່ງໄດ້ລ້ຽງໄປ ແລະ ສຶກສາຈາກພຶດຕິກຳຕົວຈິງໄປນຳ ຕໍ່ຈາກນັ້ນມາກໍ່ສັງເກດເຫັນວ່າການລ້ຽງໝູແມ່ນຄ່ອຍໆດີຂຶ້ນ, ມີກຳໄລທີ່ໜ້າເພິ່ງພໍໃຈ ແລະ ຕະຫຼາດກໍ່ເລີ່ມມີຄວາມຕ້ອງການສູງຂຶ້ນເລື້ອຍໆ.

ເມື່ອລ້ຽງມາໄດ້ໄລຍະໜຶ່ງ ກໍ່ໄດ້ມີຄວາມຄິດຢາກເພາະພັນດ້ວຍຕົວເອງ ຈຶ່ງໄດ້ນຳເອົາແມ່ພັນເຂົ້າມາຈຳນວນ 6 ໂຕ ແຕ່ຍ້ອນວ່າຍັງບໍ່ມີປະສົບການໃນການປະສົມພັນ, ການດູແລຮັກສາແມ່ພັນໃນໄລຍະຕັ້ງຄັນ ຈົນຮອດມື້ເກີດ ແລະ ໄລຍະລູກຍັງນ້ອຍ ຈຶ່ງໄດ້ລອງຜິດ ລອງຖືກ ຫຼັງຈາກໄດ້ທົດລອງປະສົມພັນ ແລະ ສຶກສາພຶດຕິກຳໄປພ້ອມ ຈຶ່ງໄດ້ຮຽນຮູ້ດ້ານເຕັກນິກ ວິທີການຕ່າງໆ ເປັນຕົ້ນ ວິທີການປ້ອງກັນການຕາຍຂອງໝູນ້ອຍພາຍຫຼັງເກີດ ແລະ ການເບິ່ງແຍງ, ຮັກສາ ເພື່ອໃຫ້ໝູແຂງແຮງ ແລະ ອຸດົມສົມບູນ.

ເຊິ່ງຫຼັງຈາກປະສົມພັນແລ້ວ ແມ່ນໃຊ້ເວລາຕັ້ງຄັນຈົນຮອດມື້ເກີດ 114 ວັນ ແລະ ໄລຍະທີ່ໝູໃຫ້ນົມລູກແມ່ນ 30 ວັນ ຫຼັງຈາກນັ້ນຈຶ່ງແຍກໝູນ້ອຍອອກຈາກແມ່ ເພື່ອນຳມາອະນຸບານຕື່ມອີກ 30 ວັນ ໂດຍລວມແລ້ວ ນັບແຕ່ມື້ເກີດຈົນຮອດມື້ຂາຍ ແມ່ນໃຊ້ເວລາປະມານ 5 ເດືອນ ຫຼືສະເລ່ຍນໍ້າໜັກໝູແຕ່ລະໂຕແມ່ນ 100 ກິໂລຂຶ້ນໄປຈຶ່ງຈຳໜ່າຍອອກຈາກຟາມ.

ໃນປີ 2020 ຈຶ່ງໄດ້ຂະຫຍາຍຟາມເພີ່ມອີກ 1 ຟາມ ມີຂະໜາດ 13×46 ແມັດ, ມີຄອກແມ່ພັນ, ຄອກເກີດລູກ, ຄອກຂຸນໝູ ແລະ ໄດ້ນໍາເອົາພໍ່-ແມ່ພັນເຂົ້າມາເພີ່ມ. ສໍາລັບເຕັກນິກອີກຢ່າງໜຶ່ງໃນການລ້ຽງໝູຂອງທ່ານ ເອກະພົດ ແມ່ນຈະລ້ຽງໃນລັກສະນະແບບໝູນວຽນຄື ໃນ 1 ເດືອນ ຈະປະສົມພັນປະມານ 5-6 ແມ່ ແລະ ໝູນວຽນແບບນີ້ໄປເລື້ອຍໆ ເພື່ອໃຫ້ມີລູກໝູເກີດອອກມາເປັນຊຸດຕໍ່ຊຸດ ເພື່ອໃຫ້ມີທັງໝູຂະໜາດນ້ອຍ, ກາງ ແລະ ໃຫຍ່ ສາມາດນຳອອກຈຳໜ່າຍໄດ້ໃນທຸກໆເດືອນ.

ປະຈຸບັນ ຢູ່ພາຍໃນຟາມແມ່ນມີໝູທັງໝົດ ຈຳນວນ 200 ກວ່າໂຕ ໃນນີ້ໝູແມ່ພັນ 20 ແມ່ ແລະ ພໍ່ພັນ 3 ໂຕ ເຊິ່ງໃນແຕ່ລະເດືອນແມ່ນມີໝູຈໍາໜ່າຍອອກປະມານ 20-50 ໂຕ ສາມາດສ້າງລາຍຮັບພາຍຫຼັງທີ່ຫັກຕົ້ນທຶນອອກແລ້ວ 50-60 ລ້ານກວ່າກີບຕໍ່ເດືອນ.

ນອກຈາກການລ້ຽງໝູແລ້ວຍັງໄດ້ປູກໄມ້ອຸດສາຫະກຳ (ຢາງພາລາ), ປູກໄມ້ໃຫ້ໝາກ ແລະ ລ້ຽງປາ, ເປັດ, ໄກ່ ເພື່ອເປັນອາຫານພາຍໃນຄອບຄົວ ແລະ ຂາຍອອກສູ່ຕະຫຼາດຈຳນວນໜຶ່ງ. ທ່ານ ເອກະພົດ ກ່າວຕື່ມວ່າ: ມາຮອດປະຈຸບັນ ຂ້າພະເຈົ້າກໍ່ແມ່ນຜູ້ໜຶ່ງທີ່ມີປະສົບການທາງດ້ານການລ້ຽງໝູພໍສົມຄວນ ຖ້າມຫາກໝູ່ເພື່ອນ ຫຼື ບຸກຄົນໃດ ທີ່ຢາກຈະທົດລອງລ້ຽງໝູເປັນອາຊີບ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ຫຼື ຖ້າມີຄວາມສົນໃຈແມ່ນສາມາດໂທມາສອບຖາມ ກັບຂ້າພະເຈົ້າໄດ້ທີ່ເບີໂທ: 020 9731 8849 ຂ້າພະເຈົ້າແມ່ນພ້ອມທີ່ແລກປ່ຽນປະສົບການ ແລະ ເຕັກນິກຕ່າງໆ ຕາມທີ່ໄດ້ສຶກສາ ແລະ ປະຕິບັດຕົວຈິງໃນໄລຍະຜ່ານມາ.

Related Posts

Leave a Reply

Your email address will not be published. Required fields are marked *