ກຽມພົບກັບງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2022.

ທີ່ຈະເປີດຂຶ້ນເລີ່ມແຕ່ ວັນທີ 4-8 ພະຈິກ 2022 ນີ້, ຄະນະຮັບຜິດຊອບຈັດງານບຸນ ໄດ້ມອບໃຫ້ບໍລິສັດ ເພັດບັນດິດກໍ່ສ້າງ ຈໍາກັດ ສ້າງຜາສາດເຜິ້ງຄູ່ໜຶ່ງທີ່ໃຫຍ່ ແລະ ສູງທີ່ສຸດ ກວ່າທຸກໆປີທີ່ເຄີຍຈັດມາ, ມີຄວາມສູງປະ ມານ 3 ແມັດ, ພ້ອມທັງຈະເຮັດ ໝາກເບັງໃຫຍ່ ຄູ່ໜຶ່ງ, ສູງປະມານ 2 ແມັດ ເພື່ອປະກອບສ່ວນ ເຂົ້າໃນງານບຸນພະທາດຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນປີນີ້, ໃຫ້ມີສີສັນຂຶ້ນກວ່າເກົ່າ.
ທ່ານນາງ ບົວວຽງ ເພັດທະລານຄຳ ຄະນະກຳມະການແນວລາວສ້າງຊາດ, ຮອງຫົວໜ້າຄະ ນະທີ່ປຶກສາວຽກງານສາສະໜາ, ທັງເປັນປະທານບໍລິສັດ ເພັດບັນດິດກໍ່ສ້າງ ຈໍາກັດ ໃຫ້ສຳພາດ ໃນວັນທີ 1 ພະຈິກ 2022 ນີ້ວ່າ: ຜາສາດເຜິ້ງ ທີ່ຈະສ້າງຂຶ້ນໃນຄັ້ງນີ້, ສູງປະມານ 3 ແມັດ, ໃຊ້ຂີ້ເຜິ້ງສົດ ປະມານ 80 ກິໂລ, ພ້ອມທັງ ຈະສ້າງໝາກເບັງລາວ ທີ່ໃຫຍ່ທີ່ສຸດ, ສູງ 2 ແມັດ, ໂດຍຈະນໍາໄປຕັ້ງໄວ້ໜ້າພະທາດຫລວງວຽງຈັນ ໃນມື້ເປີດງານບຸນວັນທີ 4 ພະຈິກ ເພື່ອປະກອບ ສ່ວນເຮັດໃຫ້ງານບຸນທາດຫຼລວງໃນປີນີ້,

ມີສີສັນ, ມີບັນຍາກາດອັນຟົດຟື້ນ, ຮັກສາໄດ້ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ຂອງຊາດລາວເຮົາ, ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າໄປເບິ່ງ.
ສຳລັບໃນວັນທີ 7 ພະຈິກ ເວລາ 13:30 ໂມງ ຈະມີພິທີແຫ່ຜາສາດເຜິ້ງ, ໃນວັນທີ 8 ເວລາ 7:00 ໂມງ ຈະມີພິທີໃສ່ບາດຖວາຍສັງຄະທານ, ຮອດເວລາ 13:00 ໂມງ ຈະມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານຕີຄີ; ຫຼັງຈາກນັ້ນ, ເວລາ 19:00 ໂມງ ຈະມີພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟສັກກະລະບູຊາອົງພະທາດຫຼວງ.
ແຫຼ່ງຂ່າວ: ປະເທດລາວ