ເງິນ 200,000ກີບ #ເຮັດໃຫ້ຂ້ອຍນ້ຳຕາໄຫລໄດ້ 🥺ມີພໍ່ລຸງຄົນ1 ມາຫາຢູ່ຮ້ານ ລາວຈັບເງິນມາ ໂອນເງິນໃຫ້ລູກຊາຍພໍ່ແນ່ ລູກຊາຍບໍ່ມີເງິນຈ້າງລົດມາວຽງ.
ແຟນຖາມ : ລູກຊາຍໄປໃສ..??

ພໍ່ລຸງ : ລູກໄປຮຽນຢູ່ຕ່າງແຂວງ ຢາກກັບມາຫລີ້ນບຸນທາດຫລວງພໍ່ບໍ່ຮູ້ເຮັດ #ຢາກໃຫ້ໂອນໃຫ້ລູກຊາຍ ຢາກເຫັນຫນ້າລູກ🥺
ຂ້ອຍ : ໄດ້ຍິນຈົນນຳ້ຕາແຕກ #ຄວາມຮັກຂອງພໍ່ເນາະມີເທົ່າໃດໃຫ້ລູກໄດ້ຫມົດ ຂໍແຕ່ໄດ້ເຫັນລູກ🥺
ເງິນ200,000ຂອງຄົນເຮົາ ມັນມີຄ່າບໍ່ເທົ່າກັນອີຫລີ💙ບາງຄົນເຂົ້າຄາບດຽວ ກໍ່ຫມົດບາງຄົນເສື້ອຜືນດຽວກໍຫມົດ ແຕ່ສຳຫລັບບາງຄົນ #ມັນຄືຄວາມຮັກແລະຄວາມຫວັງຂອງຜູ້ລໍຄອຍ ຂໍໃຫ້ລູກຊາຍເຈົ້າເດີນທາງປອດໄພ ມາຮອດບ້ານຮອດເຮືອນ ສົມຄວາມຕັ້ງໃຈເຈົ້າເດີ ພໍ່ລຸງ😊
ຮັກພໍ່ແມ່ໃຫ້ຫລາຍໆເດີ #ເຈົ້າໂຊກດີທີ່ມີພໍ່ທີ່ຮັກເຈົ້າຂະຫນາດນີ້✌️🥺
ທີ່ມາ:
