ທ່ານ ເກຍ ອູ໊ສິດທິເດດ ນັກພັດທະນາດີເດັ່ນແຫ່ງຊາດ ຊ່ວຍໃຫ້ປະຊາຊົນຜູ້ທຸກຍາກ ມີຊີວິດການເປັນຢູ່ດີຂຶ້ນ
ໂຄງການ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ບ້ານຄໍາປ່າແໜ ເມືອງຊົນນະບູລີ, ບ້ານປ່າກ້ວຍເມືອງຈໍາພອນ ແລະ ໂຄງການຮ່ວມໃຈສາຍໄຍໂລມາຄຳ ເພື່ອສ້າງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ກັບປະຊາຊົນ,
ຈັດຫາແຫລ່ງນໍ້າກິນ-ນໍ້າໃຊ້ ແລະ ສົ່ງເສີມການສ້າງເສດຖະກິດຄອບຄົວ ຂອງປະຊາຊົນຢູ່ ບ້ານຕະຍົງ ແລະ ບ້ານປະແນະ ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ
ປະກອບສ່ວນເຮັດໃຫ້ ປະຊາ ຊົນບ້ານເປົ້າໝາຍ ມີຊີວິດການເປັນຢູ່ດີຂຶ້ນ.
ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນ້ຳກ້ອນໂລມາຄຳ (ນັກພັດທະນາດີເດັ່ນແຫ່ງຊາດ) ໄດ້ມີຄຳເຫັນຕໍ່ກອງປະຊຸມສະຫລຸບຕີລາຄາ ຂະບວນການຮັກຊາດ ແລະ ພັດທະນາທົ່ວປະເທດ ໃນວັນທີ 15 ກັນຍາຜ່ານມາ ໂດຍທ່ານໄດ້ໃຫ້ຮູ້ວ່າ:
ໂຄງການລຶບລ້າງຄວາມທຸກຍາກຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເປັນໂຄງການທີ່ມີສ່ວນຮ່ວມລະຫວ່າງພາກລັດ ແລະ ພາກທຸລະກິດ, ເປົ້າໝາຍເພື່ອເຮັດໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ ຕາມແນວທາງຂອງພັກ ແລະ ລັດຖະບານທີ່ວາງອອກ ດ້ວຍການຈັດຕັ້ງຜັນຂະຫຍາຍວຽກງານສາມສ້າງ ເຂົ້າສູ່ລວງເລິກຕິດພັນກັບການຊຸກຍູ້ແຮງຂະ ບວນການແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະນາ;
ເປັນໂຄງການຕົວແບບທີ່ພາກສ່ວນທຸລະກິດ ເຂົ້າໄປມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ, ໃນເບື້ອງຕົ້ນໂຄງການໄດ້ຕົກລົງເຊັນບົດບັນທຶກກັບເມືອງ ໃຫ້ການຊ່ວຍເຫລືອປະຊາຊົນຈຳນວນ 27 ຄອບ ຄົວທີ່ທຸກຍາກທີ່ສຸດກ່ອນ, ເປົ້າໝາຍຫລັກຂອງໂຄງການ ເພື່ອຫັນປ່ຽນການດຳລົງຊີວິດຂອງປະຊາຊົນຄອບຄົວເປົ້າໝາຍທີ່ເລື່ອນລອຍ ‘ຂໍທານ’ ເປັນອາຊີບຫາກິນ
ໃຫ້ຫັນປ່ຽນມາເປັນການອອກແຮງງານເຮັດກິນຢູ່ກັບທີ່ ໂດຍສ້າງພື້ນຖານການຜະລິດໃຫ້ແກ່ປະຊາຊົນ, ນຳພາປະຊາຊົນເປົ້າໝາຍອອກແຮງງານໃຫ້ເຮັດກິນຢູ່ກັບທີ່, ຮູ້ທຳການຜະລິດທີ່ຖືກວິທີ, ຖືກຫລັກວິຊາການ ເພື່ອໃຫ້ກຸ້ມຢູ່ກຸ້ມກິນ ແລະ ຍືນຍົງໃນຕໍ່ໜ້າ.
ທ່ານ ເກຍ ອູ໊ສິດທິເດດ ໄດ້ໃຫ້ຮູ້ອີກວ່າ: ຜ່ານການປະເມີນຈາກຄະນະກຳມະການເຫັນວ່າ: ຊີວິດການເປັນຢູ່ ຂອງປະຊາຊົນຈຳນວນ 27 ຄອບຄົວທີ່ທຸກຍາກໄດ້ຮັບການປັບ ປຸງດີຂຶ້ນ, ຢຸດຕິການໄປຂໍທານຮ້ອຍສ່ວນຮ້ອຍ ແລະ ມີປະສິດທິຜົນ.