ກິດຈະກຳແລ່ນ+ຄອນເສີດ ການກຸສົນ ລາຍຮັບທັງຫມົດຈະໄດ້ນຳໄປມອບໃຫ້ຄົນເຈັບທຸກຍາກ

ກິດຈະກຳແລ່ນ+ຄອນເສີດ ການກຸສົນ ລາຍຮັບທັງຫມົດຈະໄດ້ນຳໄປມອບໃຫ້ຄົນເຈັບທຸກຍາກ ໂດຍຜ່ານ ກຊ ສາທາ.

ເຮັດບຸນນຳກັນເດີ້ ພີ່ນ້ອງ FC ທຸກທ່ານກິດຈະກຳນີ້ນອກຈາກການກຸສົນແລ້ວ ຜົນໄດ້ດ້ານເສດຖະກິດແມ່ນດຶງນັກທ່ອງທ່ຽວເຂົ້າມາໄດ້ຕື່ມກັນ ເຊີນ ນັກທຸລະກິດ ນັກລົງທຶນ ມາຊ່ວງບຸນທາດຫລວງນີ້ແມ່ນໄດ້ກຳໄລຫລາຍດ້ານ.

ໃຫ້ພວກເພິ່ນມາເຫັນບຸນປະເພນີ ວັດທະນະທຳ ຫລາຍຮູບຫລາຍສີ ແລະເພື່ອນບ້ານ ອາຊຽນນຳ. ກິດຈະກຳ ບຸນປະເພນີກິດຈະກຳບັນເທິງ ກໍແມ່ນນຶ່ງໃນອົງປະກອບທີ່ປິ່ນອ້ອມ ອຸດສະຫະກຳການທ່ອງທ່ຽວ.

ດ້ານການທ່ອງທ່ຽວ ໃຫ້ມາເຫັນວ່າ ເສດຖະກິດເຮົາບໍ່ໄດ້ງຽບເຫງົາ ໃຫ້ມາເຫັນສັນຍານການຟື້ນໂຕ ດ້ວຍໂຕພວກເພິ່ນເອງ ບໍ່ຟັງແຕ່ຂ່າວຊ່າລື ພວກເຮົາຄົນລາວທຸກຄົນ ຂໍໃຫ້ເປັນເຈົ້າພາບທີ່ດີຮ່ວມກັນເດີ້ພີ່ນ້ອງ ຜິດຖືກປະການໃດໃຫ້ອະໄພເຊິ່ງກັນແລະກັນຖອນຖອນເປັນບົດຮຽນ.

ປະກົດການຫຍໍ້ທໍ້ໃນສັງຄົມ ຢູ່ປະເທດໃດໃນໂລກກາມີຫມົດ ເຖິງຈະຈະເລີນຊໍ່າໃດກໍປັດສະຈາກບໍ່ໄດ້ ສຳຄັນແມ່ນ ເກີດແລ້ວເຮົາຄຸມສະຖານະການໄດ້ ແລ້ວງານສາມາດດຳເນີນປົກກະຕິ.

ນັ້ນແມ່ນເຮົາສຸດຍອດ ແລະສາມາດເອົາເປັນໂຕຊີ້ວັດຜົນງານ ຊ່ວງນີ້ມີຫລາຍກິດຈະກຳ ສູ້ໆເດີ້ ອ້າຍນ້ອງກຳລັງປ້ອງກັນເຮົາ ຍາມບຸນເຮົາເຮັດວຽກ ບໍລິການຮັກສາຄວາມສະງົບ ໃຫ້ ປຊ ໄດ້ທ່ຽວຢ່າງສະບາຍໃຈ ບໍ່ມີໂອກາດໄດ້ພາຄອບຄົວພາແຟນໄປທ່ຽວ.

ສູ້ໆເດີ້ ອ້າຍນ້ອງ ປກສ ປກຊ ເຮົາ ເປັນກຳລັງໃຈໃຫ້ທຸກກຳລັງ😍😍✌️✌️😍😍♥️♥️

ງານການກຸສົນຄັ້ງນີ້ ໂຮງຫມໍກະເສມລາດຂໍປະກອບສ່ວນເຮັດບຸນນຳ 1.000.000.000 ລ້ານກີບ.

ຫວັງວ່າງານເລີ້ມເຮົາຈະລະດົມໄດ້ເພີ້ມ ເພື່ອຊ່ວຍສາທາ ນະຄອນຫລວງ ຕື່ມເນາະ ຂໍຂອບໃຈທຸກພາກສ່ວນທີ່ໃຫ້ການສະຫນັບສະຫນູນໃຫ້ກິດຈະກຳການກຸສົນຄັ້ງນີ້ຈັດໄດ້ຕາມແຜນ.🙏🙏🙏♥️♥️♥️

ຈາກ: Valy.

#KASEMRUN

Related Posts

Leave a Reply

Your email address will not be published. Required fields are marked *