ເສຍຊີວິດ 1 ເຫດ ສິບລໍ້ປະທະວີໂກ້

ອຸບັດຕິເຫດຂັບຂີ່ລົດ 10 ລໍ້ ປະທະລົດວີໂກ່ ມີຜູ້ບາດເຈັບ01ຄົນ, ເສຍຊີວິດຄາທີ່01ຄົນ.

ໃນວັນທີ 05 ພະຈິກ 2022 ເວລາ 17:30ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດລົດ10ລໍ້ຕຳກັບລົດວີໂກ່ ຢູ່ເສັ້ນທາງບ້ານປາກທໍ່ ເມືອງຊຽງເງິນ ແຂວງຫລວງພະບາງ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີ່ຕິດຢູ່ພາຍໃນລົດ01ຄົນ

– ຊື່: ທ້າວ ຈາລີ ອາຍຸ 32 ປີ ບ້ານຢູ່ປັດຈຸບັນບ້ານນາຊາຍທອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

#ສ່ວນຜູ້ບາດເຈັບແມ່ນຖືກນຳສົ່ງໂຮງຫມໍກ່ອນ

ທີມງານຫນ່ວຍກູ້ຊີບອົງການກາແດງລາວໄດ້ໃຊ້ເຄື່ອງຕັດຖາງໃນການຕັດຊາກລົດເພື່ອເອົາຜູ້ເສຍຊີວິດອອກຈາກລົດແລ້ວຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ

ທາງທີມງານຂໍສະແດງຄວາມເສຍໃຈມາຍັງຄອບຄົວແລະຍາດພີ່ນ້ອງຂອງຜູ້ເສຍຊີວິດຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ພົບພູມທີ່ດີດ້ວຍເທີ້ນ🙏🙏🙏🙏

#ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625

#ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑

🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດສາມາດບໍລິຈາກຜ່ານບັນຊີຂອງຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ.

🚑050110001513810001🚑(ບັນຊີທະນາຄານການຄ້າ)

ຊື່ບັນຊີ LAO RED CROSS LUANGPHABANG – PROVINCE RESCUE🚑

0300600010001027🚑(ບັນຊີທະນາຄານພັດທະນາລາວ)

#ຊື່ບັນຊີLAO RED CROSS LUANGPHABANG – PROVINCE RESCUE🚑ຕິດຕໍ່ເຂົ້າເບີ 071 1625

Related Posts

Leave a Reply

Your email address will not be published. Required fields are marked *