ເຮືອບິນ Precision Air ຂອງແທນຊາເນຍ ຕົກລົງທະເລ ວິກຕໍເຣຍ ເນື່ອງຈາກມີລົມພາຍຸ ແລະ ຝົນຕົກໜັກ.
ຕາມການລາຍງານສະຖານີວິທະຍຸກະຈາຍສຽງ Tanzanian (TBC) ກ່າວວ່າ.

ຍົນລຳນີ້ມີຜູ້ໂດຍສານທັງຫມົດ 43 ຄົນ. ໃນນັ້ນ ຫນ່ວຍກູ້ໄພໄດ້ຊ່ວຍເຫລືອ 26 ຄົນ ອອກມາໄດ້ ແລະ ນຳສົ່ງໂຮງຫມໍແລ້ວ, ສ່ວນທີ່ເຫລືອແມ່ນ ຫນ່ວຍກູ້ໄພຍັງບໍ່ສາມາດນຳອອກມາໄດ້ເທື່ອ, ແລະ ຄາດວ່າ ມີຜູ້ເສຍຊີວິດຢ່າງຫນ້ອຍ 10 ຄົນ.
ຈາກເຫດເຮືອບິນ Precision Air ຂອງແທນຊາເນຍ ຕົກລົງທະເລສາບ ວິກຕໍເຣຍ , ບໍ່ພໍເທົ່າໃດຊົ່ວໂມງຜ່ານມາ , ຂະນະນີ້ຍັງບໍ່ຮູ້ວ່າມີຜູ້ເສຍຊີວິດຈັກຄົນ.
ໂດຍເຮືອບິນລຳດັ່ງກ່າວໄດ້ອອກເດີນທາງຈາກນະຄອນຫຼວງ Dar es Salaam ແລະ ຕົກລົງໃນ ທະເລສາບ Victoria ຍ້ອນລົມພະຍຸ ແລະຝົນຕົກໜັກ.
ຊົມຄລີບ.
ແຫຼ່ງ: AEROLAOS