ຮູ້ແລ້ວ! ສາວງານນັ່ງສະລຽງ

ລາວໃດ້ຕຳແໜ່ງນາງສາວລາວ2021

ກິຈະກຳດັ່ງກ່າວແມ່ນບໍ່ເໝາະສົມເດີຄະນະກຳມະການຮັບຜິດຊອບງານໂດຍສະເພາະແມ່ນຜູ່ຮັບຜິດຊອຍວຽກງານວັດທະນະທຳໃນງານບຸນດັ່ງກ່າວອອກມາຊີ້ແຈ້ງດ້ານຮູບການ.

ເນື້ອໃນຄວາມໝາຍກິດຈະກຳດັ່ງກ່າວໃຫ້ມວ່ນຊົນລາວຮັບຊາບຢ່າງລະອຽດເພື່ອຍົກສູງຄວາມເຊື່ອໝັ້ນໃນການຄຸ້ມຄອງລັດຄຸ້ມຄອງສັ່ງຄົມ….

ຫລາຍທ່ານໃນສັງຄົມກຳລັງຕັ້ງຄຳຖາມຕໍ່ກິດຈະກຳຂອງບາງກຸ່ມຄົນໃນງານບຸນທາດຫລວງປີ 2022​ນີ້!​ ດັ່ງທີ່ປະກົດໃນຮູບພາບ?​

ຊົມຄຼິບ.

ອີງຕາມທີ່ແອດມິນໄດ້ມີການສຶກສາຄົ້ນຄວ້າປະຫວັດສາດກ່ຽວງານບຸນນະມັດສະການພຣະທາດຫລວງວຽງຈັນຕັ້ງແຕ່ບູຮານຈົນເຖິງ​ປະຈຸບັນ​ ແລະ​ ໃນນາມຄົນນະຄອນຫລວງວຽງຈັນຜູ້ໜຶ່ງທີ່ໄປຮ່ວມງານບຸນພຣະທາດຫລວງເປັນປະຈຳແຕ່ນ້ອຍຮອດໃຫຍ່;

ແມ່ນບໍ່ເຄີຍມີ​ ແລະ​ ບໍ່ເຄີຍປະກົດເຫັນເຫດການແບບໃນຮູບພາບໃນການຈັດກິດຈະກຳຂອງຄົນບາງກຸ່ມທີ່ມີ​ພິທີແຫ່ນາງສາວຂຶ້ນຫວໍເພື່ອອ້ອມພຣະທາດຫລວງແບບນີ້ຈັກເທື່ອເດີ້! ຮີດຄອງນີ້ມາແຕ່ໃສຫລາຍທ່ານບໍ່ເຄີຍເຫັນ!​

ພຣະທາດຫລວງແມ່ນເປັນສິ່ງສັກກາລະບູຊາທີ່ເປັນສູນລວມໃຈຂອງປວງຊົນລາວທັງຊາດ ໃນແຕ່ລະຍຸກແຕ່ລະສະໄໝນັບແຕ່ບູຮານຮອດປະຈຸບັນ ໃນລະດັບຂັ້ນພຣະເຖຣະຜູ້ໃຫຍ່ ລວມໄປເຖິງພຣະ.

ຍັງຕ້ອງຍ່າງເຂົ້າໃນກົມມະລຽນພຣະທາດຫລວງດ້ວຍອາການສັງລວມ​ ແລະ​ ນອບນ້ອມເຄົາລົບຕໍ່ອົງພຣະທາດຫລວງ; ເຊິ່ງບໍ່ເຄີຍມີເຫດການແບບໃນຮູບພາບເຫລົ່ານີ້ທີ່ຈະແຫ່ບຸກຄົນໃດໜຶ່ງຂຶ້ນໃສ່ເທິງຫວໍ່ເພື່ອອ້ອມພຣະທາດ​ຫລວງ​ ຫລື​ ຢູ່ສູງກວ່າອາດສົງແບບນີ້!

ເຫັນເຫດການແບບນີ້ແລ້ວບໍ່ຮູ້ວ່າກຸ່ມຄົນດັ່ງກ່າວໃນຮູບພາບນີ້ກຳລັງຄິດຫຍັງຢູ່? ດັ່ງນັ້ນໃນ​ນາມ​ສື່ມວນຊົນ​ລາວຜູ້ໜຶ່ງຂໍໃຫ້ບັນດາທ່ານໃນສັງຄົມທີ່ຮັກຫອມຮີດຄອງປະເພນີອັນດີງາມຈົ່ງຊ່ວຍກັນເປັນຫູເປັນຕາປົກປ້ອງປົກປັກຮັກສາຮີດຄອງປະເພນີອັນດີງາມຂອງລາວເຮົາດ້ວຍ​

ອັນໃດທີ່ບໍ່ດີບໍ່ງາມບໍ່ຖືກບໍ່ຄວນຕາມຮີດຄອງເດີມຄະນະກຳມະການຜູ້ຈັດງານຄວນບອກຄວນສອນໃຫ້ຄຳແນະນຳພວກເຂົາດ້ວຍເພືື່ອບໍ່ໃຫ້ຮີດຄອງອັນດີງາມຂອງລາວເຮົາມີຄວາມເສົ້າໝອງດ້ວຍຄວາມຮູ້ເທົ່າບໍ່ເຖິງການຂອງຄົນບາງກຸ່ມດັ່ງທີ່ປະກົດໃນຮູບພາບເຫລົ່ານີ້.

ປລ.​ນີ້ເປັນຄັ້ງທຳອິດທີ່ແອດມິນຕັ້ງກະທູ້ແລກປ່ຽນສົນທະນານີ້ຂຶ້ນໂດຍບໍ່ໄດ້ມີເຈດຕະນາສຽດສີກິດຈະກຳຂອງບຸກຄົນກຸ່ມໃດທັງນັ້ນ; ໃນນາມແອດມິນທີ່ເປັນຊາວພຸດຜູ້ໜຶ່ງທີ່ມີຄວາມສັດທາເຄົາລົບຢ່າງສູງຕໍ່ອົງພຣະທາດຫລວງ​ ໄດ້ເຫັນຮູບກິດຈະກຳດັ່ງກ່າວນີ້ທີ່ແປກໄປຈາກຮີດຄອງເດີມ!​

ເລີຍຢາກຂໍ​ແລກປ່ຽນ​ບົດຮຽນ​ນຳບັນດາທ່ານໃນສັງຄົມດ້ວຍຄວາມປາດຖະໜາດີ ທັງນີ້ກໍ່ເພື່ອປະກອບສ່ວນໃນການປົກປ້ອງປົກປັກຮັກສາຮີດຄອງອັນດີງາມດັ້ງເດີມໃນງານບຸນນະມັດສະການພຣະທາດຫລວງທີ່ບັນພະບູລຸດໄດ້ເປັນແບບຢ່າງໃນວິຖີປະຕິບັດທີ່ດີງາມມາກ່ອນໜ້ານີ້ນັ້ນ​ ບໍ່ໃຫ້ມີຄວາມເສົ້າໝອງຈາກຄວາມທີ່ອາດຈະຮູ້ເທົ່າບໍ່ເຖິງການຂອງກຸ່ມຄົນໃດໜຶ່ງດັ່ງທີ່ປະກົດໃນຮູບພາບ;

ດັ່ງນັ້ນ​ຂໍໃຫ້ບັນດາທ່ານຊ່ວຍປະກອບຄຳຄິດຄຳເຫັນຢ່າງສ້າງສັນດ້ວຍເພື່ອໃຫ້ຮີດຄອງປະເພນີລາວໃນງານບຸນນະມັດສະການພຣະທາດຫລວງພວກເຮົາມີຄວາມຂາວສະອາດຈົບງາມຢ່າງສະເໝີຕົ້ນສະເໝີປາຍ.

ຊົມຄລິບ

Related Posts

Leave a Reply

Your email address will not be published. Required fields are marked *