ຂ່າວດີ ຄືນນີ້ຈູດບັ້ງໄຟບູຊາພະທາດຫຼວງ ບັ້ງໄຟພະນຽງ 08 ລູກ ກະສັດ 08 ລຸກ, ບັ້ງໄຟຕະໄລ 09 ໂຫຼ ແລະ ບັ້ງໄຟດອກ 09 ໂຫຼ.

ມື້ແລງນີ້ ຈະຈູດບັ້ງໄຟບູຊາທາດຫຼວງ ປະກອບມີບັ້ງໄຟພະນຽງ 08 ລູກ, ບັ້ງໄຟກະສັດ 08 ລຸກ, ບັ້ງໄຟຕະໄລ 09 ໂຫຼ ແລະ ບັ້ງໄຟດອກ 09 ໂຫຼ.

ອີງຕາມ ການຕົກລົງເຫັນດີຂອງກອງປະຊຸມຄະນະປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ຄັ້ງທີ 14 ສະໄໝທີ VIII, ວັນທີ 20 ຕຸລາ 2022. ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຕົກລົງ: ແຕ່ງຕັ້ງ ບໍລິສັດ ເພັດມີໄຊ ຂາເຂົ້າ-ຂາອອກ ເປັນຕົວແທນແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຮັບຜິດຊອບສ້າງບັ້ງໄຟ ແລະ ຈຸດບັ້ງໄຟ ບູຊາພະທາດຫຼວງ ປະຈຳປີ 2022.
ໂດຍເປັນຕົວແທນອະນຸກຳມະການສາສະໜາ ແລະ ຮີດຄອງປະເພນີ ເພື່ອຂຶ້ນແຜນງົບປະມານສ້າງ ບັ້ງໄຟບູຊາ ເຊັ່ນ: ບັ້ງໄຟພະນຽງ 08 ລູກ, ບັ້ງໄຟກະສັດ 08 ລຸກ, ບັ້ງໄຟຕະໄລ 09 ໂຫຼ ແລະ ບັ້ງໄຟດອກ 09 ໂຫຼ ໂດຍໃຊ້ງົບປະມານຈາກບໍລິສັດເພັດມີໄຊ
ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດການຕິດຕັ້ງຈຸດບັ້ງໄປ ບູຊາພະທາດ ຫຼວງ ໃນວັນທີ 08 ພະຈິກ 2022 ໃຫ້ຖືກຕ້ອງຕາມຮີດຄອງປະເພນີ, ມີຄວາມສວຍງາມ ແລະ ມີຄວາມປອດໄພ 100%.
