ມື້ນີ້ມີເລື່ອງມາເລົ່າມາເຕືອນໝູ່ເພື່ອນທາງເຟດບຸກທຸກຄົນ.
ເລື່ອງມີຢູ່ວ່າມື້ເຊົ້ານີ້ຂ້ອຍໄດ້ໄປໃສ່ນ້ຳມັນລົດຢູ່ປ້ຳນີ້ປົກກະຕິຈະໃສ່ຢູ່ປ້ຳປຕທແຕ່ມື້ນີ້ລົດຂື້ນໄຟເຕືອນເລີຍຂີ່ເຂົ້າໄປໃສ່ປ້ຳນີ້ຄົນຂາຍເປັນຜູ້ຍິງ.
ຂ້ອຍສັ່ງໃຫ້ໃສ່500.000ກີບລາວກະກົດຕົວເລກຂື້ນເປັນ5ແສນແລ້ວກະເລີ່ມຈ່າຍນ້ຳມັນຂ້ອຍກະຫັນມາຈົກເງີນຢູ່ກະເປົາເພື່ອຈະມາຈ່າຍຄ່ານ້ຳມັນຈົກເງີນຍັງບໍ່ທັນແລ້ວລາວໄປກົດປຸ່ມຫຍັງຫຸໃຫ້ມັນຢຸດລະກະມາຖອດຫົວຈ່າຍອອກວ່າໄດ້ແລ້ວ.
ຂ້ອຍເລີຍຖາມໄປວ່າຄືໄວແທ້ນ້ຳມັນ5ແສນຄືບໍ່ຂື້ນຈັກຂີດລາວກະວ່າຂ້ອຍໃສ່ໃຫ້ຕາມເຈົ້າສັ່ງແລ້ວຂ້ອຍເລີຍບໍ່ຍອມຖຽງໄປຖຽງມາຂໍພົບເຈົ້າຂອງປ້ຳລາວຕອບວ່າຂ້ອຍເປັນເມຍເຈົ້າຂອງປ້ຳຖຽງເກືອບຮອດຊົ່ວໂມງລະມີຜູ້ຊາຍຄົນ1ອອກມາຂໍໂທດຈະເຕີມໃຫ້ຂ້ອຍອີກ250.000ກີບ.
ຂ້ອຍບໍ່ຍອມລະ2ຄົນນັ້ນກະພາກັນໄປລົມຫຍັງກັນຫຸຈາກນັ້ນມາບອກຂ້ອຍວ່າລາວບໍ່ແມ່ນຄົນຂາຍລາວບໍ່ຮູ້ຫຍັງຂໍເຕີມໃຫ້ຂ້ອຍອີກ450.000ກີບລະກະຂໍໂທດຂ້ອຍ.ຊ່ວຍຄິດຊ່ອຍແດ່ວ່າລາວຕັ້ງໃຈຈະໂກງຂ້ອຍບໍ່ຫຼືລາວບໍ່ຮູ້ແທ້.
ເສຍດາຍບໍ່ໄດ້ຖ່າຍຄິບໄວ້ຟ້າວໄປສົ່ງລູກໄປເສັ່ງ ມີຫຼາຍຄົນເວົ້າຄືກັນວ່າປ້ຳນີ້ມັກໃສ່ນ້ຳມັນໃຫ້ເຮົາບໍ່ເຕັມ.
ເທື່ອດຽວແລະເທື່ອສຸດກັບປ້ຳນີ້ຝາກຫາເຈົ້າຂອງປ້ຳກວດກາ.
ສອນພະນັກງານຂາຍຄືນຕື່ມແດ່.
ນ້ຳມັນບ້ານສີເກີດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.
ທີ່ມາ.
