🔥 ເມື່ອບໍ່ດົນຜ່ານມານີ້ NASA ໄດ້ເປີດເຜີຍຂໍ້ມູນກ່ຽວກັບການຄົ້ນພົບ”ດາວເຄາະນ້ອຍ 16 Psyche”ທີ່ ໂຄຈອນຢູ່ລະຫວ່າງດາວອັງຄານ ແລະ ດາວພະຫັດ !!!
16 Psyche ເປັນດາວເຄາະນ້ອຍທີ່ມີຄວາມພິເສດ ແຕກຕ່າງ ຈາກດາວເຄາະອື່ນໆ ເນື່ອງຈາກພື້ນຜິວຂອງມັນ ອັດແນ້ນໄປດ້ວຍ ແຮ່ຄຳ ແລະ ຍັງມີແຮ່ທາດອື່ນ ອີກຫລວງຫລາຍ.
ມີການປະເມີນຄ່າຂອງແຮ່ທາດໃນດາວເຄາະນ້ອງນີ້ຢູ່ທີ່ 10 ພັນຕື້ໂດລາສະຫະລັດ ຫລື ຫລາຍກວ່າ GDP ຂອງຕົນໝົດໂລກລວມກັນ.(ອີງຕາມຂໍ້ມູນຈາກທະນາຄານໂລກ, GDP ຂອງໂລກຂອງພວກເຮົາແມ່ນ 85.6 ພັນຕື້ໂດລາ.)
ດາວເຄາະນ້ອຍ 16 Psyche ມີເສັ້ນຜ່າກາງ 225 ກິໂລແມັດ.
NASA ຍັງກ່າວຕື່ມອີກວ່າ ມີແຜນທີ່ຈະສົ່ງຍານອະວະກາດ ອອກໄປເພື່ອ ສຳຫລວດດາວເຄາະ ດັ່ງກ່າວ ໃນເດືອນສິງຫາ ປີນີ້ ແຕ່ເນື່ອງ ຈາກຍັງມີຂໍ້ຜິດພາດ ຫລາຍຢ່າງຂອງ ລະບົບ ຕ່າງໆ ເຮັດໃຫ້ ຖືກເລື່ອນໄປເປັນ ເດືອນ ຕຸລາ 2023 ແທນ.
ແລະ ຖ້າວ່າພາລະກິດນີ້ເປັນໄປຕາມແຜນທີ່ວາງໃວ້ ຄາດວ່າ ຍານອະວະກາດ ຈະໄປຮອດ 16 Psyche ໃນເດືອນ ສິງຫາ ປີ 2029.
ຂໍ້ມູນຈາກ :NASA, BeartaiBRIEF, bbc uk